(vovworld) – “ຊຸມວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນຄຳ່ວັນທີ 25/6, ຢູ່ນະຄອນຫຼວງມົດສກູ ແລະ ແກ່ຍາວຮອດວັນທີ 30/6. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Vladimir Alechander, ຮອງລັດຖະມົນຕີຜູ້ທີ່ໜຶ່ງ ກະຊວງວັດທະນະທຳສະຫະພັນ ລັດເຊຍ ເນັ້ນໜັກວ່າຜົນກະທົບລະຫວ່າງຂົງເຂດວັດທະນະທຳ ໄດ້ປະກອບສ່ວນສຳຄັນໃນການຊຸກຍູ້ການພົວພັນ 2 ຝ່າຍ ຫວຽດນາມ - ສະຫະພັນ ລັດເຊຍ ໃນໄລຍະຜ່ານມາ. ທ່ານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຮ່ວາງຕວນແອງ, ຢືນຢັນວ່າ:
“ລາຍການນີ້ແມ່ນກາລະໂອກາດເພື່ອໃຫ້ຜູ້ຊົມສະຫະພັນ ລັດເຊຍ ແລະ ເພື່ອນມິດສາກົນທີ່ພວມດຳລົງຊີວິດ, ເຮັດວຽກຢູ່ສະຫະພັນ ລັດເຊຍ ເຂົ້າໃຈເລິກເຊິ່ງກ່ວາກ່ຽວກັບພື້ນຖານວັດທະນະທຳ ຫວຽດນາມ ທີ່ອຸດົມສົມບູນ, ເຂັ້ມຄົ້ນໄປດ້ວຍສີສັນຊາດ, ພ້ອມທັງຮູ້ຈັກທ່າແຮງຂອງຂະແໜງກິລາ ກໍ່ຄືຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວຂອງ ຫວຽດນາມ. ຂ້າພະເຈົ້າເຊື່ອໝັ້ນຢ່າງແນວແນ່ວ່າ, “ຊຸມວັນວັດທະນະທຳ ຫວຽດນາມ ຢູ່ສະຫະພັນ ລັດເຊຍ” ຄັ້ງນີ້ຈະສ້າງເງື່ອນໄຂພັດທະນາຄວາມສະໜິດຕິດພັນ, ການພົວພັນຮ່ວມມື, ແລກປ່ຽນວັດທະນະທຳ, ສິລະປະລະຫວ່າງ 2 ປະເທດ, ພ້ອມທັງປະກອບສ່ວນເພີ່ມທະວີຄວາມສາມັກຄີ, ມິດຕະພາບ, ການຮ່ວມມືທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ສະຫະພັນ ລັດເຊຍ.”