ໄຂຖະໜົນ “ແຕ້ມຕົວໜັງສືຈີນ ໃນໂອກາດປີໃໝ່ ປີມະເມຍ“ ຮັບໃຊ້ ປະຊາຊົນ
ຖະໜົນ “ແຕ້ມຕົວໜັງສືຈີນໃນໂອກາດປີໃໝ່ ປີມະເມຍ 2014“
(ພາບ: cand.com.vn)
(vovworld) -ຕອນເຊົ້າວັນທີ 19/1, ຖະໜົນ “ແຕ້ມຕົວໜັງສືຈີນໃນໂອກາດປີໃໝ່ ປີມະເມຍ 2014“ ໄດ້ໄຂຂຶ້ນຢູ່ຫໍວັດທະນະທຳແຮງງານນະຄອນ ໂຮ່ຈີມິນ, ເພື່ອຮັບໃຊ້ຄວາມຕ້ອງການຢ້ຽມຊົມ ແລະ ຂໍຕົວໜັງສືຫາຄວາມໂຊກດີໃນປີໃໝ່ຂອງປະຊາຊົນ. ສະເພາະໃນຕອນເຊົ້າມື້ນີ້, ຖະໜົນດັ່ງກ່າວ ໄດ້ດຶງດູດປະຊາຊົນມາຢາມ ແລະ ຂໍຕົວໜັງສືພາວະນາຂໍຄວາມໂຊກດີໃນປີໃໝ່ເປັນຈຳນວນຫຼວງຫຼາຍ. ເອື້ອຍ ຫງວຽນທິກິມແທງ ຢູ່ເມືອງ 3, ໃຫ້ຮູ້ວ່າ:
“ຖະໜົນ “ແຕ້ມຕົວໜັງສືຈີນໃນໂອກາດປີໃໝ່“ ແມ່ນວັດທະນະທຳທີ່ເປັນມູນເຊື້ອ ໃນໂອກາດບຸນປີໃໝ່, ສະນັ້ນ, ບໍ່ພຽງແຕ່ຂ້າພະເຈົ້າເທົ່ານັ້ນ, ຫາກຊາວນະຄອນ ໂຮ່ຈີມິນ ທຸກຄົນກໍ່ລ້ວນແຕ່ຢາກມາຖະໜົນແຫ່ງນີ້ ເພື່ອຂໍຕົວໜັງສືມາແຂວນໃນເຮືອນ. ສຳລັບຂ້າພະເຈົ້າແມ່ນຢາກຂໍຕົວໜັງສື “ຖານະຕຳແໜ່ງ“ເພື່ອພາວະນາໃຫ້ວຽກງານທັງໝົດໃນຄອບຄົວລ້ວນແຕ່ຈົບງາມ, ຫວັງວ່າຕົນຈະມີຖານະຕຳແໜ່ງໃນວຽກງານສູງກວ່າອີກ “