ພິທີໄຂປີທ່ອງທ່ຽວແຫ່ງຊາດປີ 2016 - ຟຸກ໋ວກ - ທົ່ງພຽງ
ແນ່ນ້ຳຂອງດ້ວຍຫົວຂໍ້ວ່າ “ຄົ້ນຫາຕອນດິນພາກໃຕ້”
(ພາບ: TTXVN)
(vovworld) - ຕອນຄ່ຳວັນທີ 10/04 ຢູ່ເທດສະບານ ເຢືອງດົງ, ເມືອງ ຟຸກ໋ວກ, ແຂວງ ກຽນຢາງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບຄະນະກຳມະການປະຊາຊົນແຂວງ ກຽນຢາງ ຈັດຕັ້ງພິທີໄຂປີທ່ອງທ່ຽວແຫ່ງຊາດປີ 2016 - ຟຸກ໋ວກ - ທົ່ງພຽງແນ່ນ້ຳຂອງດ້ວຍຫົວຂໍ້ວ່າ “ຄົ້ນຫາຕອນດິນພາກໃຕ້”
ກ່າວຄຳເຫັນທີ່ພິທີໄຂ ປີທ່ອງທ່ຽວແຫ່ງຊາດ 2016, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ການສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ມີຄວາມສະດວກ ເພື່ອພັດທະນາລະບົບໂຄງລ່າງຮັບໃຊ້ການທ່ອງທ່ຽວ ແມ່ນເງື່ອນໄຂຈຳເປັນແຖວໜ້າ. ສຳລັບແຂວງ ກຽນຢາງ, ປີທ່ອງທ່ຽວແຫ່ງຊາດ 2016 - ຟຸກ໋ວກ - ທົ່ງພຽງແມ່ນ້ຳຂອງ ແມ່ນເຫດການວັດທະນະທຳ, ເສດຖະກິດ - ສັງຄົມດີເດັ່ນ, ມຸ່ງໄປເຖິງຈຸດໝາຍໂຄສະນາຈຸດນັດພົບ, ເພີ່ມທະວີດຶງດູດການລົງທຶນ, ດຶງດູດແຂກທ່ອງທ່ຽວພາຍໃນປະເທດ ແລະ ຕ່າງປະເທດ. ໃນນັ້ນ ຟຸກ໋ວກ ຈະກາຍເປັນໃຈກາງທ່ອງທ່ຽວລະດັບຊາດ ແລະ ສາກົນ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຊີ້ແຈ້ງວ່າ:
“ຕ້ອງຮຽນໃຫ້ສຳເລັດຜົນຢູ່ຫລາຍປະເທດ ແລະ ພວກເຮົາແຕ່ລະຄົນກໍ່ສາມາດພິສູດໃຫ້ເຫັນຜ່ານພຶດຕິກຳຂອງຕົນ ນັ້ນແມ່ນພຽງແຕ່ຮັບປະກັນຄວາມສະອາດ ແລະ ມີທ່າທີໄດ້ດີເທົ່ານັ້ນ ກໍ່ເຮັດໃຫ້ແຂກທ່ອງທ່ຽວມີຄວາມເພິ່ງພໍໃຈ ການເວົ້າຈາ, ກິລິຍາທ່າທາງ, ແວວຕາ, ຮອຍຍີ້ມ ລ້ວນແຕ່ສະແດງໃຫ້ເຫັນຄວາມເຄົາລົບຕໍ່ແຂກທ່ອງທ່ຽວ.