ໄຂວັນບຸນການທ່ອງທ່ຽວນະຄອນໂຮ່ຈີມິນຄັ້ງທີ11ປີ2015

ໄຂວັນບຸນການທ່ອງທ່ຽວນະຄອນໂຮ່ຈີມິນຄັ້ງທີ11ປີ2015 - ảnh 1
ວັນ​ບຸນ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ຄັ້ງ​ທີ 11
(ພາບ: sggp.org.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 26/3, ຢູ່​ນະ​ຄອນ ໂຮ່​ຈີ​ມິນ ໄດ້​ໄຂວັນ​ບຸນ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ຄັ້ງ​ທີ 11 ດ້ວຍ​ຫົວ​ຂໍ້​ວ່າ “​ຄວາມປະ​ທັບ​ໃຈ​ກ່ຽວ​ກັບ​ມໍ​ລະ​ດົກ​ໂລກ​ຢູ່ ຫວຽດ​ນາມ”. ວັນ​ບຸນ​ແມ່ນ​ເຫດ​ການ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ນະ​ຄອນ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ, ໂຄ​ສ​ະ​ນາ​ເຜີຍ​ແຜ່​ບັນ​ດາ​ຈຸດ​ນັ​ດ​ພົບ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ສ້າງ​ສະ​ພາບ​ແວດ​ລ້ອມ​ສະ​ດວກ​ໃຫ້​ແກ່​ຜູ້​ອຸ​ປະ​ໂພກ​ບໍ​ລິ​ໂພກ ແລະ ວິ​ສາ​ຫະ​ກິດ​ໄດ້​ພົບ​ປະ, ແລກ​ປ່ຽນ​ຄ້າ​ຂາຍ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ການ​ທ່ອງ​ທ່ຽວ.

        ປີນີ້, ວັນ​ບຸນ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ດຳ​ເນີນ​ໄປ​ແຕ່​ວັນ​ທີ 26 – 29/3, ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຢ່າງ​ຕັ້ງ​ໜ້າ​ຈາກ 42 ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວ, ໂຮງ​ແຮມ, ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ ແລະ 36 ແຂວງ, ນະ​ຄອນ.

 


ຂ່າວ/ບົດ​ອື່ນ