ໄຂວັນບຸນປື້ມ ແລະ ວັດທະນະມຳການອ່ານ

ໄຂວັນບຸນປື້ມ ແລະ ວັດທະນະມຳການອ່ານ - ảnh 1
ວັນບຸນ​ປື້​ມ ​ແລະ ວັດທະນະ​ມຳການ​ອ່ານ
(ພາບ: baomoi.com)


(vovworld) –  ດ້ວຍ​ຫົວ​ຂໍ້ “ປື້​ມປ່ຽນ​​ແປງ​ຊີວິດ”, ວັນ​ບຸນປື້​ມ ​ແລະ ວັດທະນະທຳ​ການ​ອ່ານ ຖືກ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 20/04, ຢູ່ວັນ​ມຽວກ໋ວກຕືຢ໋າມ, ຮ່າ​ໂນ້ຍ, ​ອັນໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ນັບ​ຮ້ອຍ​ເທື່ອ​ຄົນ. ​​ເລີ່​ມຕົ້ນ​ແມ່ນ​ພິທີ​ຖະຫວາຍ​ທູບ​ທຽນຢູ່​ຫໍ​ບູຊາ ຈຸ​ວັນ​ອານ, ຊິ່ງ​ແມ່ນ​ສະຖານ​ທີ່ສູນ​ກາງຂອງ ວັນ​ມຽວກ໋ວກຕືຢ໋າມ, ​ອັນໄດ້​ປະກອບສ່ວນ​ຫວນ​ຄືນ​ປະ​ຫວັດ​ສາ​ດນັບ​ພັນ​ປີ​ແຫ່ງ​ອະ​ລິຍະ​ທຳຂອງ​ຊາດ​ຫວຽດນາມ ​ໃນ​ການ​ນັບຖື​ຜູ້​ເກັ່ວກ້າ​ສາມາດ, ສົ່ງ​ເສີມ​ການ​ຮໍ່າຮຽນ. ທີ່​ພິທີ, ທ່ານ ຫງວຽນ​ງອກ​ບາ​ວ, ຮອງຫົວ​ໜ້າ​ກົມພິມຈຳ​ໜ່າຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານຫວຽດນາມ ​ໃຫ້​ຮູ້​ວ່າ.

   “​ແຕ່ລະ​ຄົນ​ຈະ​ຊອກ​ຮູ້​ໃຫ້​ແກ່​ຕົນ​ທິດພັດທະ​ນາ ​ແລະ ມີ​ການ​ກຳ​ນົດທິດໃນ​ຊີວິດ​ຂອງ​ຕົນ. ​ມີ​ບັນດາ​ຜູ້​ເກັ່ງກ້າ​ສາ​ມາດ, ຈາກ​ປື້​ມຫົວ​ໜຶ່ງ​ໄດ້​ຊ່ວຍ​ໃຫ້​ຈິນຕະນາການ ​ແລະ ກໍ​ຈາກ​ປື້ມ​ຫົວ​ອື່ນໆໄດ້​ປ່ຽນ​ແປງ​ຊີວິດ, ແນວ​ຄວາມ​ຄິດຂອງ​ເຂົາ​ເຈົ້າ. ​ເພາະສະ​ນັ້ນ, ​ການເລືອກ​​ເອົາຫົວ​ຂໍ້ “ປື້​ມປ່ຽນ​​ແປງ​ຊີວິດ” ຂອງ​ວັນ​ບຸນປື້​ມປີ​ນີ້ ດ້ວຍ​ຄວາມ​ປາດ​ຖະໜາ​ວ່າ ຜູ້​ອ່ານ​ແຕ່ລະຄົນຄວນ​ມຸ່ງໄປ​ເຖິງ​ວັດທະນະທຳ​ການ​ອ່ານ ​ແລະ ​ເລືອກ​ເອົາ​ໃຫ້​ແກ່​ຕົນ​ປື້​ມຫົວ​ໜຶ່ງ​ທີ່​ຕົນ​ມັກ ​ເພື່ອ​ປະ​ກອບ​ສ່ວນ​ສ້າງ ​ແລະ ພັດທະນາບຸກຄະ​ລິກກະພາບ, ກຳນົດທິດ​ໃຫ້​ແກ່​ຕົນ​ໃນ​ອະນາ​ຄົດ”.

        ຢູ່​ນະຄອນ​ໂຮ່ຈິ​ມິນ, ວັນ​ບຸນປື້​ມ ​ແລະ ວັດທະນະທຳ​ການ​ອ່ານ ກໍ​ດຳ​ເນີນ​​ໄປ​ໃນ​​ວັນ​ທີ 20 ​​ແລະ 21/04, ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຄື ວາງສະ​ແດງ​ແຜນ​ທີ່​ຫວຽດນາມ ດ້ວຍ​ອະທິປະ​ໄຕ​ເຂດ​ຊາຍ​ແ​ດນ, ໝູ່​​ເກາະ, ພົບ​ປະ​ແລກປ່ຽນ, ສົນທະນາ​ດ້ວຍ​ຫົວ​ຂໍ້​ວັດ​ທະ​ນຳ​ທຳການ​ອ່ານ. ພິ​ເສດ, ​ໃນ​ຂອບ​ເຂດ​ຂອງ​ວັນ​ອ່ານ​ປື້​ມ ​ໄດ້​ດ​ຳ​ເນີນ​ລາຍການ​ບໍລິຈາກ​ປື້​ມ​ໃຫ້​ແກ່​ປະຊາຊົນ​ຢູ່​ເຂດ​ຊົນ​ນະ​ບົດ, ​ເມືອງ​ເກາະ ຫຼິ໋​ເຊີນ, ຮ່ວາງ​ຊາ, ​ເຈື່ອງ​ຊາ.
ຂ່າວ/ບົດ​ອື່ນ