ໄຂວາລະປະຊຸມຄັ້ງທີ37ຄະນະປະຈຳສະພາແຫ່ງຊາດ
(ໄຂວາລະປະຊຸມຄັ້ງທີ 37 ຄະນະປະຈຳສະພາແຫ່ງຊາດ)
(vovworld) - ຕອນເຊົ້າວັນທີ 6/4 ຢູ່ ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດ ໄດ້ໄຂວາລະປະຊຸມຄັ້ງທີ 37, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ. ວາລະປະຊຸມນີ້ຈະສະຫງວນເວລາສ່ວນຫຼາຍໃຫ້ວຽກງານສ້າງກົດໝາຍ, ຜັນຂະຫຍາຍ, ປະຕິບັດລັດຖະທຳມະນູນປີ 2013.
ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນໃສ່ຮ່າງກົດໝາຍ 9 ສະບັບ ເຊິ່ງລວມມີ: ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ), ປະມວນກົດໝາຍດຳເນີນຄະດີອາຍາ (ສະບັບປັບປຸງ), ກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນ, ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ), ກົດໝາຍວ່າດ້ວຍອຳນາດການປົກຄອງທ້ອງຖິ່ນ ແລະ ບາງຮ່າງກົດໝາຍອື່ນໆ. ໃນການເຄື່ອນໄຫວຕິດຕາມກວດກາ, ຄະນະປະຈຳສະພາແຫ່ງຊາດ ຈະຮັບຟັງ ແລະ ໃຫ້ຄຳເຫັນໃສ່ບົດລາຍງາຍຕິດຕາມກວດກາ ກ່ຽວກັບສະພາບການຜິດພາດໃນການນຳໃຊ້ກົດໝາຍອາຍາ, ດຳເນີນຄະດີອາຍາ ແລະ ເລື່ອງທົດແທນຄ່າເສຍຫາຍໃຫ້ຜູ້ຖືກລົງໂທດຢ່າງຜິດພາດໃນການເຄື່ອນໄຫວດຳເນີນຄະດີອາຍາຕາມຂໍ້ກຳນົດຂອງກົດໝາຍ. ຄາດວ່າ, ສະພາແຫ່ງຊາດຈະປະກາດໃຊ້ມະຕິທີ່ກ່ຽວຂ້ອງເຖິງບັນຫານີ້. ຄຽງຂ້າງນັ້ນ, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດ ກໍ່ຈະໃຫ້ຄຳເຫັນກ່ຽວກັບບົດລາຍງານໝາກຜົນຂອງກອງປະຊຸມໃຫຍ່ສະຫະພັນ ລັດຖະສະພາສາກົນຄັ້ງທີ 132 (IPU-132) ທີ່ຫາກໍ່ໄດ້ຈັດຕັ້ງຢູ່ ຮ່າໂນ້ຍ ແລະ ບາງເນື້ອໃນອື່ນໆ.
ພາຍຫຼັງວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນ ກ່ຽວກັບຮ່າງກົດໝາຍວ່າດ້ວຍຄວາມປອດໄພດ້ານສື່ສານ.