ວາລະໄຂກອງປະຊຸມຄັ້ງທີ 3 ຄະນະປະຈຳສະພາແຫ່ງຊາດຊຸດທີ 14
(vovworld) - ຕອນເຊົ້າວັນທີ 12/9, ຢູ່ຮ່າໂນ້ຍ, ໄດ້ໄຂວາລະປະຊຸມຄັ້ງທີ 3 ຂອງຄະນະປະຈຳສະພາແຫ່ງຊາດຊຸດທີ 14. ຄາດວ່າ, ວາລະປະຊຸມເລີ່ມແຕ່ວັນທີ 12 ຮອດວັນທີ 22/9. ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ: ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2, ສະພາແຫ່ງຊາດຊຸດທີ 14 ຈະໄຂຂຶ້ນໃນວັນທີ 20/10, ໃນວາລະປະຊຸມຄັ້ງທີ 3 ຂອງຄະນະປະຈຳສະພາແຫ່ງຊາດຈະປະກອບຄຳເຫັນກ່ຽວກັບບັນດາເນື້ອໃນຄື: ກະກຽມກອງປະຊຸມສະໄໝສາມັນເທື່ອທີ 2, ຍື່ນສະເໜີສະພາແຫ່ງຊາດຮັບຮອງເອົາ,ປັບປຸງ ຮ່າງກົດໝາຍ 3 ສະບັບທີ່ໄດ້ປະກອບຄຳເຫັນທີ່ສະພາແຫ່ງຊາດຊຸດທີ 13 ນັ້ນແມ່ນ: ຮ່າງກົດໝາຍວ່າດ້ວຍສະມາຄົມ, ຮ່າງກົດໝາຍວ່າດ້ວຍການເຫຼ້ືອມໃສ, ສາສະໜາ, ຮ່າງກົດໝາຍວ່າດ້ວຍການຂາຍປະມູນລາຄາຊັບສິນ. ຄະນະປະຈຳສະພາແຫ່ງຊາດກໍ່ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍ 10 ສະບັບ ແລະ ຮ່າງມະຕິ 1 ສະບັບຍື່ນສະເໜີຕໍ່ສະພາແຫ່ງຊາດໃນກອງປະຊຸມສະໄໝສາມັນເທື່ອທີ 2.
ໃນຕອນເຊົ້າວັນທີ 12/9, ຄະນະປະຈຳສະພາແຫ່ງຊາດໄດ້ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊົນລະປະທານ.