ໄຂວາລະປະຊຸມທີ47ຄະນະປະຈຳສະພາແຫ່ງຊາດ

ໄຂວາລະປະຊຸມທີ47ຄະນະປະຈຳສະພາແຫ່ງຊາດ - ảnh 1
ພິທີໄຂ​ວາລະ​ປະຊຸມ​ຄັ້ງ​ທີ 47
(ພາບ: VTV)

(vovworld) –  ຕອນ​ເຊົ້າ​ວັນ​ທີ 25/4, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໄຂ​ວາລະ​ປະຊຸມ​ຄັ້ງ​ທີ 47. ທີ່​ວາລະ​ປະຊຸມ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ການ​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ລະບອບ ​ແລະ ບັນດາ​ເງື່ອນ​ໄຂ​ຮັບປະກັນ​ການ​ເຄື່ອນ​ໄຫວ​ຂອງ​ສະມາຊິກ​ສະພາ​ປະຊາຊົນ, ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ໃບ​ສະ​ເໜີ​ຂອງ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ກ່ຽວ​ກັບ​ການ​ນຸ່ງ​ຖື ​ແລະ ບັດ​ປະຈຳ​ຕົວ​ຂອງ​ຜູ້​ພິພາກສາ​ສານ​ປະຊາຊົນ, ກ່ຽວ​ກັບ​ລະບອບ​ເງິນ​ເດືອນ, ​ເງິ​ນ​ເພີ່ມສຳລັບ​ພະນັກງານ, ພາລະ​ກອນ, ລັດຖະກອນ ​ແລະ ຜູ້​ອອກ​ແຮງ​ງານ​ໃນ​ສານ​ປະຊາຊົນ, ກ່ຽວ​ກັບ​ການ​ເພີ່ມ​ເຕີມ​ບັນຈຸ​ພະນັກງານຊົ່ວ​ຄາວ, ຈຳນວນ​ຜູ້​ພິພາກສາ​ຂັ້ນ​ສູງ, ລະດັບ​ປານ​ກາງ ​ແລະ ຂັ້ນ​ປະຖົມ. ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ກໍ່​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ມະຕິ​​​ໃນ​ການ​ແບ່ງຫົວໜ່ວຍ​ບໍລິຫານ ​ມະຕິ​ກ່ຽວ​ກັບ​ມາດຕະຖານຫົວໜ່ວຍ​ບໍລິຫານ, ມະຕິ​ກ່ຽວ​ກັບ​ການຈຳ​ແນ​ກ​ເຂດ​ຕົວ​ເມືອງ.

        ທີ່​ວາລະ​ປະ​ຊຸມ​ຄັ້ງ​ນີ້, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ກໍ​ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມຄັ້ງ​ທີ 11, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ​ແລະ ປະກອບ​ຄຳ​ເຫັນ​ໃນ​ເບື້ອງ​ຕົ້ນ​ກ່ຽວ​ກັບ​ການ​ກະກຽມ​ກອງ​ປະຊຸມ​ປະຖົມມະ​ເລິກ, ສະພາ​ແຫ່ງ​ຊາດ​ຊຸດ​ທີ 14. ຄາດວ່າ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ຈະ​ປະກອບ​ຄຳ​ເຫັນ​ກ່ຽວ​ກັບ​​ເລື່ອ​ງ​ໃຫ້​ສັດຕະຍາບັນ​ສະ​ເໜີ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ ອາຍຸ​ການ 2016 – 2019 ຢູ່​ບາງ​ປະ​ເທດ.

ຂ່າວ/ບົດ​ອື່ນ