ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ

(VOVWORLD) - ໂດຍໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 9 -14 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ ແລະ ນະຄອນ ຊຽມລຽບ, ສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ...
ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ - ảnh 1ທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ກ່າວຄຳເຫັນໄຂງານບຸນ

ຕອນຄ່ຳວັນທີ 10 ສິງຫາ, ຢູ່ໂຮງລະຄອນ Chaktomuk, ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ ໄດ້ໄຂສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຮ່ວາງດ້າວເກືອງ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໃຫ້ຮູ້ວ່າ: ໂດຍໄດ້ຮັບການຈັດຕັ້ງໃນລະຫວ່າງວັນທີ 9 -14 ສິງຫາ, ຢູ່ນະຄອນຫຼວງ ພະນົມເປັນ ແລະ ນະຄອນ ຊຽມລຽບ, ສັບປະດາວັດທະນະທຳ ຫວຽດນາມ ຢູ່ ກຳປູເຈຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວວັດທະນະທຳທີ່ສຳຄັນ ເພື່ອແນໃສ່ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ ຂ່ຳນັບຮັບຕ້ອນປີມິດຕະພາບ ຫວຽດນາມ - ກຳປູເຈຍ, ກຳປູເຈຍ - ຫວຽດນາມ 2022, ກໍ່ຄືປະຕິບັດຕາມຂໍ້ຕົກລົງສະບັບຕ່າງໆຂອງການນຳຂັ້ນສູງສອງປະເທດ ແລະ ແຜນການຮ່ວມມືດ້ານວັດທະນະທຳລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄລຍະ 2018 – 2022:

        “ຜ່ານເຫດການນີ້, ຫວຽດນາມ ປາດຖະໜາຢາກແນະນຳໃຫ້ປະຊາຊົນ ກຳປູເຈຍ ແລະ ເພື່ອນມິດສາກົນ ກ່ຽວກັບຄວາມງາມດ້ານວັດທະນະທຳຂອງ ຫວຽດນາມ ຜ່ານບັນດາລາຍການສະແດງສິລະປະ, ຂັບລຳ, ຮ້ອງເພງພື້ນເມືອງ ຫວຽດນາມ ແລະ ສິລະປະເຕັ້ນບາເລ, ງານວາງສະແດງຮູບຖ່າຍວັດທະນະທຳ, ການສຶກສາ ຫວຽດນາມ, ແນະນຳບັນດາມໍລະດົກໂລກຢູ່ ຫວຽດນາມ ໂດຍອົງການ UNESCO ຮັບຮອງ.”

ຕອບກັບ

ຂ່າວ/ບົດ​ອື່ນ