ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ລາຍ​ເຈົາ​ຢູ່​ຮ່າ​ໂນ້ຍ

(VOVWORLD) -ພວກຂ້າພະເຈົ້າຈັດຕັ້ງສັບປະດາວັດທະນະທຳການທ່ອງທ່ຽວລາຍເຈົາຢູ່ຮ່າໂນ້ຍດ້ວຍຄວາມປາດຖະໜາຢາກນຳເອົາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າຢູ່ບໍລິເວນແຂວງລາຍເຈົາມາໃຫ້ປະຊາຊົນຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ, ແນະນຳໂຄສະນາບາງສະຖານທີ່ທ່ອງທ່ຽວ. ພິເສດແມ່ນປະຕິບັດວຽກງານໂຄສະນາກ່ຽວກັບການພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ.
ໄຂ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ລາຍ​ເຈົາ​ຢູ່​ຮ່າ​ໂນ້ຍ - ảnh 1ພິທີໄຂລາຍການສີສັນລາຍເຈົາ (ພາບ: ໜັງສືພິມ ລາຍເຈົາ) 

ຕອນຄ່ຳວັນທີ 18 ທັນວາ, ຢູ່ຮ່າໂນ້ຍໄດ້ໄຂສັບປະດາ ວັດທະນະທຳທ່ອງທ່ຽວລາຍເຈົາ 2020. ດ້ວຍຫົວຂໍ້ວ່າ “ສີສັນລາຍເຈົາ”, ສັບປະດາ ວັດທະນະທຳທ່ອງທ່ຽວລາຍເຈົາໄດ້ດຳເນີນຢູ່ເຂດທາງຍ່າງ ແລະ ແຄມໜອງ ຮ່ວານກ໊ຽມ, ຮ່າໂນ້ຍ ໃນ ລະຫວ່າງ ວັນທີ 18 – 20 ທັນວາ, ເພື່ອແນໃສ່ກະຕຸ້ນການທ່ອງທ່ຽວ. ໃນຊຸມວັນດັ່ງກ່າວ ໄດ້ດຳເນີນຫຼາຍເຫດການເຄື່ອນໄຫວທີ່ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳຂອງລາຍເຈົາ. ທ່ານ ເຈິ່ນແມັ້ງຮຸ່ງ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງລາຍເຈົາໃຫ້ຮູ້ວ່າ:

ພວກຂ້າພະເຈົ້າຈັດຕັ້ງສັບປະດາວັດທະນະທຳການທ່ອງທ່ຽວລາຍເຈົາຢູ່ຮ່າໂນ້ຍດ້ວຍຄວາມປາດຖະໜາຢາກນຳເອົາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາເຜົ່າຢູ່ບໍລິເວນແຂວງລາຍເຈົາມາໃຫ້ປະຊາຊົນຊາວນະຄອນຫຼວງ ແລະ ແຂກທ່ອງທ່ຽວ, ແນະນຳໂຄສະນາບາງສະຖານທີ່ທ່ອງທ່ຽວ. ພິເສດແມ່ນປະຕິບັດວຽກງານໂຄສະນາກ່ຽວກັບການພັດທະນາການທ່ອງທ່ຽວໃນໄລຍະຈະມາເຖິງ. ພ້ອມກັນນັ້ນ, ລາຍເຈົາກໍ່ຢາກແນະນຳໃຫ້ແຂກທ່ອງທ່ຽວກ່ຽວກັບຜະລິດຕະພັນ Ocop ທີ່ໄດ້ຮັບຮອງ ແລະ ຜະລິດຕະພັນກະເສດທີ່ມີຄວາມສາມາດບົ່ມຊອ້ນ, ເປັນທ່າແຮງ, ມຸ່ງໄປເຖິງເປົ້າໝາຍພັດທະນາໃຫ້ກາຍເປັນຜະລິດຕະພັນສິນຄ້າທີ່ມີຄຸນນະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ