ໄຂ“ສັບປະດາວັດທະນະທຳທ່ອງທ່ຽວມໍລະດົກຂຽວ-ບ່ອນເຊື່ອມຕໍ່ລະຫວ່າງມະນຸດແລະທຳມະຊາດ”ຄັ້ງທີ 2

(VOVWORLD) -ຕອນຄ່ຳວັນທີ 21 ພະຈິກ ຢູ່ ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ກະຊວງວັດທະນະທຳ - ກິລາ ແລະ ທ່ອງທ່ຽວ ຈັດຕັ້ງພິທີໄຂ “ສັບປະດາວັດທະນະທຳທ່ອງທ່ຽວມໍລະດົກຂຽວ- ບ່ອນເຊື່ອມຕໍ່ລະຫວ່າງມະນຸດ ແລະ ທຳມະຊາດຄັ້ງທີ 2”. 

ໄຂ“ສັບປະດາວັດທະນະທຳທ່ອງທ່ຽວມໍລະດົກຂຽວ-ບ່ອນເຊື່ອມຕໍ່ລະຫວ່າງມະນຸດແລະທຳມະຊາດ”ຄັ້ງທີ 2 - ảnh 1 ທ່ານ ເວືອງຢູຍບຽນ ຮອງລັດຖະມົນຕີກະຊວງ ວັດທະນະທຳ ກິລາ ແລະ ທ່ອງທ່ຽວ

ພາບ:toquoc.vn

ເຫດການນີ້ໄດ້ດຳເນີນແຕ່ວັນທີ 21- 23 ພະຈິກ ດ້ວຍການເຄື່ອນໄຫວຫລາຍຢ່າງ ເພື່ອແນໃສ່ປະກອບສ່ວນຍົກສູງສະຕິຄວາມຮັບຮູ້ຂອງວົງຄະນາຍາດໃນການຮ່ວມແຮງຮ່ວມໃຈອະນຸລັກຮັກສາມໍລະດົກວັດທະນະທຳ, ມໍລະດົກທຳມະຊາດຂອງຊາດ. ພິເສດ ທີ່ງານວາງສະແດງ “ຄວາມປະທັບໃຈມໍລະດົກທຳມະຊາດຫວຽດນາມ”, ຜ່ານບັນດາຮູບແບບ, ວັດຖຸພັນ, ຮູບພາບ, ເທບບັນທຶກພາບ, ສິລະປະຈັດວາງ, ລາຍການສະແດງສິລະປະ.. ບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງມໍລະດົກທຳມະຊາດຂອງຫວຽດນາມ ແລະ ໂລກຄື: ມໍລະດົກທຳມະຊາດໂລກ ອ່າວຮ້າລອງ (ກວ໋າງນີງ), ປ່າສະຫງວນແຫ່ງຊາດ ຟອງຍາ- ແກ໋ບາງ (ກວ໋າງບີງ), ມໍລະດົກວັດທະນະທຳ ແລະ ທຳມະຊາດ ກຸ່ມທັດສະນີຍະພາບ ຈ່າງອານ (ນີງບີງ), ເຂດນິເວດທຳມະຊາດປ່າຊາຍເລນ ເກີນເຢີ (ນະຄອນໂຮ່ຈິມີນ)  ຈະໄດ້ແນະນຳເຖິງມະຫາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ