ໄຂສັບປະດາວັດທະນະທຳ,ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງຢູ່ຮ່າໂນ້ຍປີ2015
ໄຂສັບປະດາວັດທະນະທຳ, ທ່ອງທ່ຽວ
ເຂດທົ່ງພຽງແມ່ນ້ຳຂອງຢູ່ຮ່າໂນ້ຍປີ2015
(ພາບ: laodong)
(vovworld) – ຕອນຄໍ່າວັນທີ 16/11, ຢູ່ສູນວາງສະແດງວັດທະນະທຳສິລະປະຫວຽດນາມ, ຮ່າໂນ້ຍ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະກຳມະການປະຊາຊົນ 13 ແຂວງ, ນະຄອນໃນເຂດທົ່ງພຽງແມ່ນ້ຳຂອງ ໄຂສັບປະດາວັດທະນະທຳ, ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ຢູ່ຮ່າໂນ້ຍ ປີ 2015. ສັບປະດາວັດທະນະທຳ, ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ຢູ່ຮ່າໂນ້ຍ ປີ 2015 ແມ່ນການເຄື່ືອນໄຫວແທດຈິງເພື່ອຕອບສະໜອງປີທ່ອງທ່ຽວແຫ່ງຊາດ 2016 ຟຸກ໋ວກ - ເຂດທົ່ງພຽງແມ່ນ້ຳຂອງ ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບບັນດາຄະນະກຳມະການປະຊາຊົນແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງ ຈັດຕັ້ງ. ໂດຍແມ່ນຄັ້ງທຳອິດໄດ້ຮັບການຈັດຕັ້ງຢູ່ຮ່າໂນ້ຍ, ສັບປະດາວັດທະນະທຳ ໄດ້ໂຄສະນາ, ແນະນຳບັນດາຄຸນຄ່າວັດທະນະທຳ, ຜະລິດຕະພັນທ່ອງທ່ຽວທີ່ມີສີສັນພິເສດຂອງເຂດດິນແດນທາງທິດໃຕ້ ເຖິງປະຊາຊົນນະຄອນຫຼວງຮ່າໂນ້ຍ, ພໍ່ແມ່ປະຊາຊົນໃນທົ່ວປະເທດ ແລະ ເພື່ອນມິດສາກົນ.
ສັບປະດາວັດທະນະທຳ, ທ່ອງທ່ຽວເຂດທົ່ງພຽງແມ່ນ້ຳຂອງ ຈະດຳເນີນຮອດວັນທີ 19/11. ໃນຂອບເຂດເຫດການມີບັນດາການເຄື່ອນໄຫວຄື: ງານວາງສະແດງ, ງານພົບປະແລກປ່ຽນຊອກຮູ້ຄົ້ນຫາດິນແດນພາກໃຕ້, ສະແດງຊຸດອາພອນ, ວັດທະນະທຳອາການການກິນຂອງເຂດແມ່ນ້ຳພາກໃຕ້ຫວຽດນາມ.