ທ່ານ ດີງເທຮີງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ
photo:vietbao.vn
|
(vovworld)- ບັນດາຜູ້ແທນເຂົ້າຮ່ວມສະໄຫມປະຊຸມຄັ້ງທີ 12 ໄດ້ປຶກສາຫາລືປະກອບຄຳເຫັນໃສ່ການສ້າງບົດລາຍງານສະຫລຸບບາງບັນຫາທິດສະດີ-ພຶດຕິກຳໃນ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ໃຫ້ຄຳປືກສາແກ່ວິວັດການສ້າງເອກະສານກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກ. ກ່າວຄຳເຫັນໄຂສະໄຫມປະຊຸມໃນຕອນເຊົ້າວັນທີ 6/8 ຢູ່ ຮ່າໂນ້ຍ, ທ່ານ ດີງເທຮີງ, ຫົວຫນ້າຄະນະໂຄສະນາສຶກສາສູນກາງ ໄດ້ສະເຫນີບັນດາສະມາຊິກສະພາທິດສະດີສູນກາງ ສຸມໃສ່ປຶກສາຫາລື ເພື່ອສ້າງຮ່າງບົດລາຍງານໃຫ້ສົມບູນແບບ ແລະ ສຸມໃສ່ຄົ້ນຄ້ວາຢ່າງເລິກເຊິ່ງ, ແລກປ່ຽນບັນຫາສຳຄັນຈຳນວນຫນຶ່ງ.