ໄຂສຳນັກງານໃໝ່ຂອງ Sacombank ສາຂາຢູ່ລາວ

ໄຂສຳນັກງານໃໝ່ຂອງ Sacombank ສາຂາຢູ່ລາວ - ảnh 1

(ພາບ:sacombank.com.vn)

(vovworld)-​​ຕອນ​ເຊົ້າວັນທີ 12/8, ຢູ່​ນະຄອນຫຼວງ​ວຽງຈັນ, ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ໄຊ​ງອນ​ເທືອງ​ຕິນ (Sacombank) ​ໄດ້​ໄຂ​ສຳນັກງານ​ໃໝ່ ສາຂາ​ຢູ່​ລາວ. ສຳນັກງານ​ໃໝ່​ຂອງ Sacombank ສາຂາ​ຢູ່​ລາວ ມີ 5 ຊັ້ນ ດ້ວຍ​ເນື້ອ​ທີ່​ທັງ​ໝົດ 9000 ຕາລາງ​ແມັ​ດ ​ໄດ້​ຮັບ​ການ​ອອກ​ແບບຢ່າງ​ທັນ​ສະ​ໄຫມ. ​​ໄລ່​ຮອດ​ວັນ​ທີ 31/7/2013, ຊັບ​ສົມບັດ​ທັງ​ໝົດ​ຂອງ Sacombank ສາຂາ​ຢູ່​ລາວ​ບັນລຸ 102 ລ້ານ USD. ຕາມ​ແຜນການ​ແລ້ວ, ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, Sacombank ສາຂາ​ຢູ່​ລາວ ຈະ​ຫັນປ່ຽນ​ເປັນ​ທະນາຄານ​ມີ​​ເງິນ​ລົງທຶນ​ຂອງ​ຕ່າງປະ​ເທດ 100% ​ແລະ ຈະ​ສຸມ​ໃສ່​ຄົ້ນຄ້ວາ​ພັດທະນາ​ບັນດາ​ຜະລິດ​ຕະພັນ-​ການ​ບໍລິການ​ສອດຄ່ອງ​ກັບ​ວັດທະນະທຳ​ແຕ່ລະ​ເຂດ​ພາກ, ​ເປີດ​ກ້ວາງ​ຕາໜ່າງ​ເຄື່ອນ​ໄຫວ​ຮອດ​ບັນດາ​ເຂດ​ເສດຖະກິດ​ຈຸດ​ສຸມ, ຮັບ​ໃຊ້​ໃຫ້​ແກ່ ປຊຊ ລາວ ​ເປັນ​ຢ່າງ​ດີ​ທີ່​ສຸດ.

 

 

 

ຂ່າວ/ບົດ​ອື່ນ