(ເວທີປາໄສການລົງທຶນໃນໂລກຈັດຕັ້ງຂຶ້ນ
ໃນຕອນເຊົ້າວັນທີ 30/9 ຢູ່ຮ່າໂນ້ຍ)
(vovworld) – ເວທີປາໄສການລົງທຶນໃນໂລກໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ສົມທົບກັບວາລະສານເສດຖະກິດ - ການເງິນ Euromone ຂອງລາຊະອານາຈັກ ອົງກິດ ຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 30/9 ຢູ່ຮ່າໂນ້ຍ ຊຶ່ງດຶງດູດການເຂົ້າຮ່ວມຂອງຜູ້ແທນກ່ວາ 600 ທ່ານ ທີ່ເປັນສະມາຊິກຂັ້ນສູງຂອງບັນດາອົງການຈັດຕັ້ງ, ກຸ່ມບໍລິສັດພາຍໃນ ແລະ ຕ່າງປະເທດ, ບັນດາກອງທຶນ, ນັກຊ່ຽວຊານເສດຖະກິດ, ການເງິນທີ່ມາຈາກຫລາຍປະເທດ. ທີ່ເວທີປາໄສ ບັນດາຫົວຂໍ້ຕົ້ນຕໍໄດ້ນຳມາປຶກສາຫາລືລວມມີ: ການຟື້ນຕົວຂອງພື້ນຖານເສດຖະກິດ ຫວຽດນາມ ແລະ ແງ່ຫວັງປີ 2016; ແງ່ຫວັງການລົງທຶນໂດຍກົງຈາກຕ່າງປະເທດ; ການພັດທະນາຂອງຕະຫລາດ - ທຶນ; ຫັນບັນດາລັດວິສາຫາກິດເປັນຫຸ້ນສ່ວນ ແລະ ສ່ວນບຸກຄົນ.; ກາລະໂອກາດລົງທຶນອະສັງຫະລິມະຊັບ, ກະສິກຳ ແລະ ການຊົມໃຊ້…ພ້ອມກັນ, ເວທີປາໄສກໍໄດ້ເຕື້ອງເຖິງການມອບຮັບໜ້າທີ່ການນຳຢູ່ຫວຽດນາມ ປີ 2016, ປະຕິຮູບຂະແໜງການເງິນທະນາຄານ, ແກ້ໄຂໜີ້ເສຍ; ກໍຄືພັດທະນາພື້ນຖານໂຄງລ່າງ ແລະ ພະລັງງານ.