ໄຂເວທີປາໄສຊາວໜຸ່ມອາຊຽນປີ2015
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 18/9, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງເວທີປາໄສຊາວໜຸ່ມປີ 2015, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 36 ຄົນທີ່ຕາງໜ້າໃຫ້ຊາວໜຸ່ມມາຈາກ 7 ປະເທດໃນພາກພື້ນຄື: ບຣຸໄນ, ກຳປູເຊຍ, ອິນໂດເນເຊຍ, ໄທ, ມາເລເຊຍ, ລາວ ແລະ ປະເທດເຈົ້າພາບ ຫວຽດນາມ. ເວທີປາໄສຊາວໜຸ່ມ ອາຊຽນ ປີ 2015 ດ້ວຍການເຄື່ອນໄຫວຫລາຍຢ່າງຄື: ວາງສະແດງຮູບພາບ, ແນະນຳຊຸດອາພອນພື້ນເມືອງ, ຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດໃນກຸ່ມ ອາຊຽນ. ອ້າຍ ຫງວຽນແມ້ງເກື່ອງ ເລຂາຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຊີ້ແຈ້ງວ່າ:
“ ທິດນຳຂອງ ອາຊຽນ ແມ່ນເອກະພາບໃນຫລາຍຮູບຫລາຍແບບ, ແຕ່ລະປະເທດລ້ວນແຕ່ມີສີສັນວັດທະນະທຳສະເພາະ. ສິ່ງດັ່ງກ່າວ, ຮຽກຮ້ອງຊາວໜຸ່ມແຕ່ລະຄົນຢູ່ແຕ່ລະປະເທດສະມາຊິກ ອາຊຽນ ຕ້ອງມານະພະຍາຍາມກ່ວາໃນການປະຕິບັດເສີມຂະຫຍາຍສີສັນວັດທະນະທຳຂອງຊາດ ເພື່ອເຊື່ອມໂຍງເຂົ້າກັບປະຊາຄົມ ອາຊຽນ. ເວທີປາໄສຊາວໜຸ່ມປີ 2015 ແມ່ນກາລະໂອກາດເພື່ອໃຫ້ຊາວໜຸ່ມໃນພາກພື້ນສະໜິດຕິດພັນກ່ວາ, ຢືນຢັນນ້ຳໃຈມິດຕະພາບລະຫວ່າງບັນດາປະເທດໃນພາກພື້ນ”.