ໄຂເວທີປາໄສວິສາຫະກິດຫວຽດນາມທ້າຍປີ2015

ໄຂເວທີປາໄສວິສາຫະກິດຫວຽດນາມທ້າຍປີ2015 - ảnh 1
ໄຂເວທີປາໄສວິສາຫະກິດຫວຽດນາມທ້າຍປີ2015
(ພາບ: ອິນເຕີແນັດ)

(vovworld) – ​ ​ ດ້ວຍ​ຫົວ​ຂໍ້ “ຍົກ​ສູງ​ກຳລັງ​ແກ່ງ​ແຍ້​ງຂອງ​ວິ​ສາ​ຫະກິດ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”, ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ທ້າຍ​ປີ (VBF) 2015, ​ເຫດການ​ເສດຖະກິດ​ສຳຄັນ​ແຖວ​ໜ້າ​ກ່ຽວກັບ​ສະພາບ​ແວດ​ລ້ອມ​ແຫ່ງການ​ດຳ​ເນີນ​ທຸລະ​ກິດ​ ​ໄດ້​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 1/12 ຢູ່​ຮ່າ​ໂນ້ຍ. ​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ປະຈຳ​ປີ 2015 ດຳ​ເນີນ​ໃນ​ສະພາວະ​ພື້ນຖານ​ເສດຖະກິດມີ​ສັນຍານ​ປະ​ເອີ​ບ​ໃຈ​ຫລາຍ​ຢ່າງ, ພິ​ເສດ ​ແມ່ນພາຍ​ຫລັງ​ການ​ກະທຳ​ຂອງ​ລັດຖະບານ​ໃນ​ການປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ດຳ​ເນີນ​ທຸລະ​ກິດ. ຄຽງ​ຂ້າງ​ນັ້ນ, ຄວາມ​ມານະ​ພະຍາຍາມ​ຂອງ​ລັດຖະບານ​ໃນ​ການ​ເຈລະຈາ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າລຸ່ນ​ໃໝ່ຄື: ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP); ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ; ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນທະ​ມິດ​ເສດຖະກິດ ອາຊີ - ​ເອີ​ລົບ…​ໄດ້​ສ້າງ​ກຳລັງໜູນເພື່ອ​ຊຸກຍູ້​ພື້ນຖານ​ເສດຖະກິດ​ ກໍ​ຄືບັນດາ​ວິ​ສາ​ຫະກິດ​ກ້າວ​ເຂົ້າ​ສູ່​ໄລຍະ​ໃໝ່. ບັນດາ​ເນື້ອ​ໃນ​ຕົ້ນຕໍ ຄາດ​ວ່າ ຈະ​ໄດ້​ຮັບ​ການປຶກສາ​ຫາລືຢູ່​ເວທີ​ປາ​ໄສ​ວິ​ສາ​ຫະກິດ ຫວຽດນາມ ປີ​ນີ້ ລວມມີ: ບັນດາ​ບັນຫາ​ສັງ​ລວມກ່ຽວ​ກັບ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ; ບັນດາ​ບັນຫາ​ກ່ຽວ​ກັບ​ການ​ຄ້າ ​ແລະ ການ​ລົງທຶນ, ພື້ນຖານ​ໂຄງ​ລ່າງ, ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ບໍລິຫານ ​ແລະ ຄວາມ​ໂປງ​ໃສ…

ຂ່າວ/ບົດ​ອື່ນ