ໄຂເວທີປາໄສຫວຽດນາມ - ອາເມລີກາລາຕີນ; ຄູ່ຮ່ວມມືການຄ້າ, ການລົງທຶນ ເພື່ອການພັດທະນາ
ໄຂເວທີປາໄສຫວຽດນາມ - ອາເມລີກາລາຕີນ
( ພາບ: talkvietnam.com )
( vovworld ) - ວັນທີ 5/7, ເວທີປາໄສຫວຽດນາມ - ອາເມລີກາລາຕີນ; ຄູ່ຮ່ວມມືການຄ້າ, ການລົງທຶນເພື່ອການພັດທະນາ ຖືກໄຂຂຶ້ນຢູ່ຮ່າໂນ້ຍ. ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ໄດ້ເຂົ້າຮ່ວມ ແລະ ກ່າວປາໄສທີ່ພິທີໄຂ. ເວທີປາໄສຫວຽດນາມ - ອາເມລີກາລາຕີນ ມີຫົວຂໍ້ວ່າ “ຄູ່ຮ່ວມມືການຄ້າ, ການລົງທຶນເພື່ອການພັດທະນາ” ໄດ້ຈັດຂຶ້ນຢູ່ຫວຽດນາມ ເປັນຄັ້ງທຳອິດ. ນີ້ແມ່ນເຫດພົວພັນຕ່າງປະເທດທີ່ສຳຄັນ, ເປີດບັນດາກາລະໂອກາດ ແລະ ແງ່ຫວັງການຮ່ວມມືທີ່ໃຫຍ່ຫຼວງເພື່ອໃຫ້ຫວຽດນາມ ແລະ ອາເມລິກາລາຕີນ ພ້ອມກັນພັດທະນາສາຍພົວພັນທີ່ເປັນມູນເຊື້ອອັນດີງາມທີ່ມີຢູ່ແລ້ວ ໃຫ້ກາຍເປັນການພົວພັນຄູ່ຮ່ວມມືຢ່າງຮອບດ້ານ ເພື່ອສັນຕິພາບ ແລະ ການພັດທະນາ. ໄວທີປາໄສ ຈະສຸມໃສ່ປຶກສາຫາລື 3 ເນື້ອໃນຄື: ສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ການລົງທຶນຫວຽດນາມ - ອາເມລິກາລາຕີນ; ເຊື່ອມຕໍ່ລະບົບທາງຄົມມະນາຄົມ, ພະລາທິການ, ສື່ໂທລະຄົມ ແລະ ການບໍລິການຫວຽດນາມ - ອາເມລີກາລາຕີນ; ຄູ່ຮ່ວມມືດ້ານກະສິກຳ ແລະ ພະລັງງານຫວຽດນາມ - ອາເມລີກາລາຕີນ. ນີ້ແມ່ນບັນດາຂົງເຂດສຳຄັນ, ມີຄວາມສາມາດບົມຊ້ອນຫຼາຍຢ່າງໃນການພັດທະນາລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມືອາເມລິກາລາຕີນ. ກ່າວຄຳເຫັນໄຂເວທີປາໄສ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ໄດ້ຢືນຢັນວ່າ; ໃນນະໂຍບາຍການຕ່າງປະເທດເປີດກວ້າງ, ມີຫຼາຍຮູບຫຼາຍແບບໃນການພົວພັນ, ເປັນເຈົ້າການ, ເຊື່ອມໂຍງເຂົ້າກັບສາກົນຢ່າງຕັ້ງໜ້າ, ຍາມໃດຫວຽດນາມ ກໍຖືເປັນສຳຄັນ ແລະ ຕັດສິນໃຈພັດທະນາການພົວພັນມິດຕະພາບ, ການຮ່ວມມືກັບບັນດາປະເທດອາເມລິກາລາຕີນ, ນຳການພົວພັນນັ້ນໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ຮັບໃຊ້ໃຫ້ວິວັດການພັດທະນະຂອງທັງສອງຝ່າຍຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ ແລະ ໃນໂລກ.