ໄຂເວທີປາໄສເສດຖະກິດນະຄອນ ໂຮ່ຈີມິນ ກ່ຽວກັບການເຕີບໂຕສີຂຽວ

(VOVWORLD) - ເວທີປາໄສກ່ຽວຂ້ອງເຖິງບັນດາບັນຫາຕົ້ນຕໍຄື: ທ່າອ່ຽງພັດທະນາການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນສຳລັບບັນດາຕົວເມືອງໃຫຍ່ (ຄືນະຄອນ ໂຮ່ຈີມິນ); ສ້າງລະບົບນິເວດຂອງຮູບແບບເສດຖະກິດໝູນວຽນໃນສະພາບການມຸ່ງໄປເຖິງເປົ້າໝາຍຫລຸດການປ່ອຍອາຍພິດລົງລະດັບ 0

ຕອນເຊົ້າວັນທີ 15 ກັນຍາ, ເວທີປາໄສເສດຖະກິດນະຄອນໂຮ່ຈີມິນ ຄັ້ງທີ 4 ດ້ວຍຫົວຂໍ້ວ່າ “ການເຕີບໂຕສີຂຽວ - ວິວັດການມຸ່ງໄປເຖິງການຫລຸດການປ່ອຍອາຍພິດລົງລະດັບ 0”, ໄດ້ໄຂຂຶ້ນຢູ່ນະຄອນ ໂຮ່ຈີມິນ.

        ເວທີປາໄສກ່ຽວຂ້ອງເຖິງບັນດາບັນຫາຕົ້ນຕໍຄື: ທ່າອ່ຽງພັດທະນາການເຕີບໂຕສີຂຽວ ແລະ ເສດຖະກິດໝູນວຽນສຳລັບບັນດາຕົວເມືອງໃຫຍ່ (ຄືນະຄອນ ໂຮ່ຈີມິນ); ສ້າງລະບົບນິເວດຂອງຮູບແບບເສດຖະກິດໝູນວຽນໃນສະພາບການມຸ່ງໄປເຖິງເປົ້າໝາຍຫລຸດການປ່ອຍອາຍພິດລົງລະດັບ 0; ນະໂຍບາຍໃນການສ້າງການເຕີບໂຕສີຂຽວ ມຸ່ງໄປເຖິງເປົ້າໝາຍຫລຸດການປ່ອຍອາຍພິດລົງລະດັບ 0 ແລະ ພາລະກຳຂອງບັນດາວິສາຫະກິດ; ສະພາບການຕົວຈິງຂອງນະຄອນໂຮ່ຈີມິນ ແລະ ມາດຕະການານໃນວິວັດການໝູນໃຊ້ຮູບແບບການເຕີບໂຕສີຂຽວ… ທ່ານ ຫວໍ້ວັນຮວານ, ຮອງປະທານຄະນະກຳມະການ ປະຊາຊົນ ນະຄອນ ໂຮ່ຈີມິນ, ຢັ້ງຢືນວ່າ:

        “ການເຕີບໂຕສີຂຽວແມ່ນຄວາມຈຳເປັນ, ບໍ່ອາດປ່ຽນແປງໄດ້. ການກະທຳຂອງພວກເຮົາມີລັກສະນະຕັດສິນຊີ້ຂາດ, ນັ້ນແມ່ນການກະທຳຂອງລັດ, ການກະທຳຂອງແຕ່ລະວິສາຫະກິດ ແລະ ປະຊາຄົມວິສາຫະກິດ, ການກະທຳຂອງປະຊາຊົນແຕ່ລະຄົນ”.

 

ຕອບກັບ

ຂ່າວ/ບົດ​ອື່ນ