ໄຂ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິ​ດ​ພ​າກ​ເອ​ກະ​ຊົນ ຫວຽດ​ນາມ 2019

(VOVWORLD) -ໃນວາລະປະຊຸມຄົບຄະນະເຊິ່ງດຳເນີນໃນຕອນບ່າຍວັນທີ 2 ພຶດສະພາ, ຊຶ່ງມີການເຂົ້າຮ່ວມ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ.
ໄຂ​ເວ​ທີ​ປ​າ​ໄສ​ເສດ​ຖະ​ກິ​ດ​ພ​າກ​ເອ​ກະ​ຊົນ ຫວຽດ​ນາມ 2019 - ảnh 1ໄຂເວທີປາໄສເສດຖະກິດພາກເອກະຊົນ ແມ່ນເຫດການລະດັບຊາດ, ໂລກໃຫຍ່ທິ່ສຸດໃນປີ 2019 (ພາບ:  baodautu.vn)  

ວັນທີ 2 ພຶດສະພາ, ຢູ່ ຮ່າໂນ້ຍ, ຫ້ອງວ່າການລັດຖະບານໄດ້ສົມທົບກັບຄະນະເສດຖະກິດສູນກາງພັກຈັດຕັ້ງ “ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019” ດ້ວຍຫົວຂໍ້ “ພັດທະນາເສດຖະກິດພາກເອກະຊົນ ຫວຽດນາມ ໃຫ້ກາຍເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດຕະຫຼາດການກຳນົດທິດສັງຄົມນິຍົມ”. ໃນວາລະປະຊຸມຄົບຄະນະເຊິ່ງດຳເນີນໃນຕອນບ່າຍວັນທີ 2 ພຶດສະພາ, ຊຶ່ງມີການເຂົ້າຮ່ວມ ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດສູນກາງພັກ.

ເວທີປາໄສໄດ້ເຕື້ອງເຖິງ 3 ເປົ້າໝາຍໃຫຍ່, ລວມມີ: ການຕີລາຄາວິວັດການຈັດຕັ້ງປະຕິບັດພາຍຫຼັງການຜັນຂະຫຍາຍມະຕິສູນກາງພັກຄັ້ງທີ 10 ມາເປັນເວລາເກືອບ 2 ປີກ່ຽວກັບການພັດທະນາເສດຖະກິດພາກເອກະຊົນ; ການໂຄສະນາຜົນສຳເລັດ; ການສ້າງໂອກາດໃຫ້ແກ່ກຸ່ມເອກະຊົນສະເໜີ, ສະເໜີແນະ ກ່ຽວກັບການປັບປຸງກົນໄກ, ນະໂນບາຍໃຫ້ສົມບູນແບບ.

ເວທີປາໄສເສດຖະກິດພາກເອກະຊົນ ຫວຽດນາມ 2019 ໄດ້ດຳເນີນໃນລະຫວ່າງວັນທີ 2 – 3 ພຶດສະພາແມ່ນໂອກາດເພື່ອໃຫ້ຕາງໜ້າເຂດເສດຖະກິດພາກເອກະຊົນຍົກອອກບັນດາຂໍ້ສະເໜີແນະຂອງຕົນ, ກໍ່ຄືພ້ອມກັນສົນທະນາກັບຜູ້ສ້າງນະໂຍບາຍໂດຍກົງ. ຜ່ານນັ້ນ, ສະເໜີບັນດາຂໍ້ລິເລີ່ມເພື່ອແນໃສ່ປັບປຸງກົນໄກ, ຊຸກຍູ້ການປະກອບສ່ວນຂອງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ