ໄຂເວທີປາໄສແມ່ຍິງແລະເສດຖະກິດAPECປີ2017
(VOVWORLD) -ຕອນເຊົ້າວັນທີ 26 ກັນຍາ, ຢູ່ ນະຄອນ ເຫ້ວ ໄດ້ໄຂເວທີປາໄສແມ່ຍິງ ແລະ ເສດຖະກິດ APEC 2017 ໂດຍມີການເຂົ້າຮ່ວມຂອງກຸ່ມຄູ່ຮ່ວມມືນະໂຍບາຍ APEC ກ່ຽວກັບແມ່ຍິງ ແລະ ເສດຖະກິດຂອງ 21 ພື້ນຖານເສດຖະກິດສະມາຊິກ.
ໄຂເວທີປາໄສແມ່ຍິງແລະເສດຖະກິດAPECປີ2017 |
ເວທີປາໄສປີນີ້ຈະປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມຂອງ APEC ພ້ອມທັງ ສືບຕໍ່ຜັນຂະຫຍາຍບັນດາຂໍ້ສະເຫນີແນະຂອງບັນດາການນຳເສດຖະກິດ APEC ປີ 2016 ກ່ຽວກັບການເຊື່ອມໂຍງເຂົ້າກັບເສດຖະກິດ, ການເງິນ, ສັງຄົມ ຢ່າງມີປະສິດທິຜົນ, ຍົກສູງສິດຂອງແມ່ຍິງກໍ່ຄືສຳຜັດຢ່າງສະເໝີພາບ. ກ່າວຄຳເຫັນໄຂເວທີປາໄສ, ທ່ານນາງ ດາວຮົ່ງລານ, ຮອງລັດຖະມົນຕີກະຊວງແຮງງານ ທະຫານເສຍອົງຄະ ແລະ ສັງຄົມ ເນັ້ນຫນັກວ່າ: ເວທີປາໄສແມ່ຍິງ ແລະ ເສດຖະກິດ APEC 2017 ແມ່ນໂອກາດເພື່ອໃຫ້ຫວຽດນາມ ພ້ອມກັບບັນດາພື້ນຖານເສດຖະກິດ APEC ສືບຕໍ່ປະກອບສ່ວນເຂົ້າໃນຜົນງານ ແລະ ຄວາມມານະພະຍາຍາມລວມ.
“ຈຸດປະສົງແມ່ນເພື່ອແນໃສ່ຮັບປະກັນຄວາມສະເຫມີພາບລະຫວ່າງຍິງຊາຍ. ບັນດາເວທີປາໄສຂອງ APEC ແມ່ນເພື່ອເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ, ຊຸກຍູ້ຄວາມສາມາດບົ່ມຊ້ອນດ້ານເສດຖະກິດຂອງແມ່ຍິງໃນໂລກພວມປ່ຽນແປງ”