ໄຂ​ເຫດ​ກາ​ນ​ສະ​ແດງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ການ​ສະ​ໜອງ - ຄວາມ​ຕ​້ອງ​ການ​ດ້ານ​ເຕັກ​ໂນ​ໂລ​ຢີ ປີ2019

(VOVWORLD) -ຕອນຄ່ຳວັນທີ 24 ພະຈິກ, ຢູ່ນະຄອນ Pleiku, ແຂວງ ຢາລາຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບຄະນະກຳມະການປະຊາຊົນແຂວງຢາລາຍ ຈັດຕັ້ງພິທີໄຂເຫດການ “ສະແດງການເຊື່ອມຕໍ່ລະຫວ່າງ ການສະໜອງ - ຄວາມຕ້ອງການ ດ້ານເຕັກໂນໂລຢີ ປີ 2019” (TechDemo Gia Lai 2019) ດ້ວຍຫົວຂໍ້ “ເຊື່ອມຕໍ່ ເຕັກໂນໂລຢີ, ປັບຕົວໃຫ້ທັນກັບການປະຕິວັດອຸດສາຫະກຳ 4.0”
ໄຂ​ເຫດ​ກາ​ນ​ສະ​ແດງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ ການ​ສະ​ໜອງ - ຄວາມ​ຕ​້ອງ​ການ​ດ້ານ​ເຕັກ​ໂນ​ໂລ​ຢີ ປີ2019 - ảnh 1ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ  ພ້ອມກັບບັນດາຜູ້ແທນກົດປຸ້ນໄຂເຫດການ (ພາບ: VGP) 

ກ່າວຄຳເຫັນທີ່ເຫດການ, ທ່ານ ເຈືອງຮ່ວາບິ່ງ ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ມີຄວາມປາດຖະໜາວ່າ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ມີຫຼາຍວິທີການແກ້ໄຂຢ່າງລະອຽດຫຼາຍຢ່າງກ່ວາອີກ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດ ແລະ ລະດັບວິທະຍາສາດ ແລະ ເຕັກໂນໂລຢີໃຫ້ແກ່ບັນດາອົງການ, ວິສາຫະກິດ, ເພີ່ມທະວີການຕິດພັນກັນຢ່າງແໜ້ນແຟ້ນລະຫວ່າງ ຜູ້ຜະລິດ, ວິສາຫະກິດ, ທ້ອງຖິ່ນ ແລະ ບັນດາຫົວໜ່ວຍຄົ້ນຄ້ວາ. ທ່ານກ່າວວ່າ:

ໄລຍະຈະມາເຖິງຫວຽດນາມຕ້ອງມີບາດກ້າວຫັນປ່ຽນຍຸດທະສາດເພື່ອຊຸກຍູ້ການພັດທະນາເຕັກໂນໂລຢີ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ, ຊຸກຍູ້ໄປຼແກມການໝູນໃຊ້ສົມທົບກັບການພັດທະນາເຕັກໂນໂລຢີໃນບາງຂະແໜງ, ຂົງເຂດໃໝ່ທີ່ມີທ່າແຮງ. ຕ້ອງກຳນົດໄດ້ວ່າ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງຕ້ອງແມ່ນພື້ນຖານຊຸກຍູ້ການພັດທະນາໄວ ແລະ ຍືນຍົງຂອງປະເທດຊາດ, ແມ່ນກຳລັງຜະລິດໂດຍກົງ, ແມ່ນກຳລັງໜູນຕົ້ນຕໍຂອງ ຮູບແບບພັດທະນາເສດຖະກິດ - ສັງຄົມ”

        TechDemo Gia Lai 2019 ໄດ້ດຳເນີນໃນລະຫ່ວາງວັນທີ 24  - 26 ພະຈິກ ປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ