ໄດ້ບົ່ງມະຕິພະຍາດເພື່ອຍົກອອກວິທີປິ່ນປົວພະຍາດໃຫ້ທ່ານ ຫງວຽນບ໋າແທງ
ທ່ານ ຫງວຽນບ໋າແທງ, ຫົວໜ້າຄະນະພາຍໃນສູນກາງ ໄດ້ກັບເມືອຮອດໂຮງໝໍດ່ານັ້ງ
(ພາບປະກອບ)
|
(vovworld) - ຕອນຄຳ່ວັນທີ 9/1, ທ່ານ ຫງວຽນບ໋າແທງ, ຫົວໜ້າຄະນະພາຍໃນສູນກາງ ໄດ້ກັບເມືອຮອດໂຮງໝໍດ່ານັ້ງ ເພື່ອສືບຕໍ່ການປິ່ນປົວພະຍາດຕາມຄວາມມຸ້ງຫວັງຂອງຄອບຄົວທ່ານ. ພາຍຫຼັງຮັບເອົາສຳເນົາພະຍາດ, ຕອນເຊົ້າວັນທີ 10/1, ສະພາສາດສະດາຈານວິຊາສະເພາະສູນກາງ, ການນຳຄະນະຮັກສາ ແລະ ສົ່ງເສີມສຸຂະພາບພະນັກງານສູນກາງ ພ້ອມກັບຖັນແຖວທ່ານໝໍຂອງໂຮງໝໍດ່ານັ້ງ ໄດ້ຈັດຕັ້ງການບົ່ງມະຕິພະຍາດຂອງທ່ານ ຫງວຽນບ໋າແທງ. ປະຈຸບັນດັດຊະນີກ່ຽວກັບໂລຫິດສາດຂອງທ່ານ ຫງວຽນບ໋າແທງ ເປັນປົກກະຕິພໍສົມຄວນ. ທ່ານ ຫງວຽນກວົກຈ້ຽວ, ຫົວໜ້າຄະນະຮັກສາ ແລະ ສົ່ງເສີມສຸຂະພາບພະນັກງານສູນກາງ, ໃຫ້ຮູ້ວ່າ:
“ອາດານສຸຂະພາບຂອງທ່ານ ຫງວຽນບ໋າແທງ ໃນປະຈຸບັນແມ່ນເປັນປົກກະຕິ. ອາທິດໜ້າ, ພວກຂ້າພະເຈົ້າຈະສ້າງເງື່ອນໄຂໃຫ້ພະແນກການແພດພື້ນເມືອງເຂົ້າຮ່ວມການປິ່ນປົວ, ພາຍໃຕ້ການຊີ້ນຳ, ນຳພາຂອງສະພາສາສະໜາວິຊາສະເພາະສູນກາງ.. ພວກຂ້າພະເຈົ້າພ້ອມກັບຄະນະພັກດ່ານັ້ງ, ສາສະດາຈານ, ຜູ້ຊ່ຽວຊານຫົວຂະແໜງຈະຕັດສິນໃຈປິ່ນປົວພະຍາດໃຫ້ທ່ານໃນຊຸມວັນທຳອິດ ແລະ ຈະວາງຂັ້ນຕອນການປິ່ນປົວພະຍາດໃຫ້ທ່ານໃນໄລຍະຕໍ່ໄປ“