ໄທ ຊຸກຍູ້ການເຈລະຈາດ້ານການເມືອງທົ່ວປະເທດ
ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຈາ
(vovworld) – ວັນທີ 17/01 ທ່ານນາຍົກລັດຖະມົນຕີ ໄທ ປຣະຢຸດ ຈັນໂອຈາ ໃຫ້ຮູ້ວ່າ: ອຳນາດການປົກຄອງການທະຫານປະເທດນີ້ ຈະເຊີນບັນດາພັກການເມືອງ ແລະ ກຳລັງດ້ານການເມືອງເຂົ້າຮ່ວມການເຈລະຈາ ເພື່ອແນໃສ່ ແກ້ໄຂບັນດາການແບ່ງແຍກ ແລະ ຊຸກຍູ້ການໄກ່ເກຍປອງດອງຊາດ. ກ່າວຄຳເຫັນພາຍຫລັງກອງປະຊຸມຄະນະລັດຖະບານປະຈຳອາທິດ, ທ່ານພົນເອກ ປຣະຢຸດ ຈັນໂອຈາ ກ່າວວ່າ: ການເຈລະຈາດັ່ງກ່າວ ຈະຊ່ວຍໃຫ້ບັນດາພັກຝ່າຍ ແລະ ກຸ່ມການເມືອງມີໂອກາດສະແດງທັດສະນະຢ່າງກົງໄປກົງມາຕໍ່ລັດຖະບານກ່ຽວກັບວິທີການແກ້ໄຂບັນດາການປະທະກັນລະຫວ່າງເຂົາເຈົ້າ ທີ່ເຄີຍເປັນສາຍເຫດກໍ່ໃຫ້ເກີດບັນດາການແຫ່ຂະບວນປະທ້ວງຢູ່ຕາມຖະໜົນ. ຕາມທ່ານນາຍົກລັດຖະມົນຕີ ໄທ ແລ້ວ, ບັນດາການເຈລະຈາຈະໄດ້ຮັບການຈັດຕັ້ງໃນໄລຍະເວລາປະມານ 3 ເດືອນພາຍໃຕ້ການເປັນປະທານຂອງຄະນະກຳມະການໜຶ່ງໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ປຣະວິດ ວົງສູວັນ ເປັນຫົວໜ້າ.