ໄທ ຊຸກຍູ້ວິວັດທະນາການຮັບຮອງເອົາ RCEP ຕໍ່ຄະນະເລຂາອາຊຽນ
(VOVWORLD) -15 ປະເທດອາຊີ - ປາຊີຟິກ, ລວມທັງ ໄທ, ໄດ້ລົງນາມໃນສັນຍາ RCEP ເມື່ອເດືອນ ພະຈິກ 2020.
(ພາບປະກອບ: TTXVN)
|
ວັນທີ 17 ພຶດສະພາ, ຫົວໜ້າກົມເຈລະຈາດ້ານການຄ້າສາກົນ ຂຶ້ນກັບກະຊວງການຄ້າໄທ, ທ່ານນາງ ອະຣາມູນ ສັບທາວີທຳ, ໃຫ້ຮູ້ວ່າ, ກະຊວງການຄ້າໄທ ພວມຍູ້ໄວເລື່ອງປະກາດໃຊ້ບັນດາຂໍ້ກຳນົດທີ່ກ່ຽວຂ້ອງເຖິງເລື່ອງຍືນສະເໜີການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຕໍ່ຄະນະເລຂາອາຊຽນ ໃນເດືອນ ຕຸລາ ຈະມາເຖິງ.
15 ປະເທດອາຊີ - ປາຊີຟິກ, ລວມທັງ ໄທ, ໄດ້ລົງນາມໃນສັນຍາ RCEP ເມື່ອເດືອນ ພະຈິກ 2020. ເພື່ອໃຫ້ສັນຍາມີຜົນສັກສິດ, ຕ້ອງມີການໃຫ້ສັດຕະຍາບັນຢ່າງໜ້ອຍສຸດຈາກ 9 ປະເທດ (ລວມມີ 6 ປະເທດສະມາຊິກ ອາຊຽນ ແລະ 3 ປະເທດນອກ ອາຊຽນ).