ໄທ ລະນຶກ 6 ປີແຫ່ງວັນ ລັດຖະປະຫານການທະຫານ

ໄທ ລະນຶກ 6 ປີແຫ່ງວັນ        ລັດຖະປະຫານການທະຫານ  - ảnh 1
ຝ່າຍ​ເສື້ອ​ແດງ 6.000 ຄົນ​ໄດ້​ແຫ່​ຂະ​ບວນ​ເຂົ້າ​ຮ່ວມ​ພິທີ​ລະນຶກ 6 ປີ ​ແຫ່ງ​ວັນ​ເກີດ​​ເຫດລັດຖະປະ​ຫານ​ການ​ທະຫານ ຢູ່ ​ໄທ


 (vovworld) - ຕອນ​ຄຳ່​ວັນ​ທີ 15/9, ຝ່າຍ​ເສື້ອ​ແດງ 6.000 ຄົນ​ໄດ້​ແຫ່​ຂະ​ບວນ​ເຂົ້າ​ຮ່ວມ​ພິທີ​ລະນຶກ 6 ປີ ​ແຫ່ງ​ວັນ​ເກີດ​​ເຫດລັດຖະປະ​ຫານ​ການ​ທະຫານ ຢູ່ ​ໄທ (19/9) ​ໂດຍ​ແນວ​ຮ່ວມ​ປະຊາທິປະ​ໄຕ​ຂັບ​​ໄລ່​ພະ​ເດັດ​ການ​ແຫ່ງ​ຊາດ (UDD) ຈັດ​ຕັ້ງ​ຂຶ້ນ​ຢູ່ ບາງກອກ​ປະ​ເທດ​ໄທ. ຜູ້​ແຫ່​ຂະ​ບວນ​ໄດ້​ຮຽກຮ້ອງ​ສືບ​ຕໍ່​ດຳ​ເນີນ​ການ​ດັດ​ແກ້​ລັດຖະທຳ​ມະນູນ, ກ່າວ​ປະນາມ​ການ​ກໍ່ລັດຖະປະຫານ​ການ​ທະຫານ​ໂຄ່ນ​ລົ້ມ​ລັດຖະບານ​ຂອງ​ອະດີດ​ນາຍົກລັດຖະມົນຕີ ທັກ​ສີນ ຊີ​ນະ​ວັດ, ຮຽກຮ້ອງ​ໃຫ້​ລັດຖະບານ ຍູ້​ແຮງ​ການ​ສືບສວນ​ກ່ຽວ​ກັບ​ເຫດ​ປາບ​ປາມທີ່​ນອງ​ເລືອດ​ຕໍ່ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ UDD  ຈັດ​ຕັ້ງ​​ເມ່ືອ​ປີ 2010 ພາຍ​ໃຕ້​ສະ​ໄຫມ​ອະດີດ​ນາຍົກລັດຖະມົນຕີ ອະພິສິດ ​ເວດ​ຊາ​ຊີວະ ​ເຮັດ​ໃຫ້ 91 ຄົນ​ເສຍ​ຊີວິດ ​ແລະ ອີກ​ກວ່າ 1000 ຄົນ​ຖືກ​ບາດ​ເຈັບ
ຂ່າວ/ບົດ​ອື່ນ