ໄທ:ນາຍົກລັດຖະມົນຕີຊົ່ວຄາວຖະແຫຼງກ່ຽວກັບວິວັດການປະຕິຮູບປະເທດຊາດ
ທ່ານນາງນາຍົກລັດຖະມົນຕີຊົ່ວຄາວຂອງ ໄທ ຍິງຣັກ ຊິນນະວັດ
(ພາບ: Guardian)
(vovworld) – ໃນຖະແຫຼງການເມື່ອວັນທີ 21/12, ທ່ານນາງນາຍົກລັດຖະມົນຕີຊົ່ວຄາວຂອງ ໄທ ຍິງຣັກ ຊິນນະວັດ ຊີ້ແຈ້ງວິວັດການປະຕິຮູບປະເທດຊາດຕ້ອງຖືເປັນ “ລັດຖະນະໂຍບາຍ” ແລະ ລັດຖະບານຊົ່ວຄາວສະເໜີວິວັດການນີ້ລວມມີບາດກ້າວຕ່າງໆຄື: ທີ 1 ແມ່ນ, ບັນດາພັກການເມືອງເຂົ້າຮ່ວມການຫາສຽງເລືອກຕັ້ງໃນການເລືອກຕັ້ງສະພາຜູ້ແທນລາດຊະດອນ ແລະ ບັນດາອົງການທີ່ກ່ຽວຂ້ອງໃຫ້ຄຳໝັ້ນສັນຍາພາຍຫຼັງສະພາຜູ້ແທນລາດຊະດອນ ແລະ ລັດຖະບານໃໝ່ສາບານຕົວເຂົ້າດຳລົງຕຳແໜ່ງ ຈະສ້າງຕັ້ງ “ສະພາປະຕິຮູບ ໄທ” ໃນທັນທີ. ທີ 2 ແມ່ນ, “ສະພາປະຕິຮູບ ໄທ” ຈະລວມມີຜູ້ຕາງໜ້າຂອງທຸກໆອົງການ, ສຳນັກງານ, ອົງການຈັດຕັ້ງການເມືອງ - ສັງຄົມ. ສຸດທ້າຍ, “ສະພາປະຕິຮູບ ໄທ” ຄວນດຳເນີນວຽກງານບໍ່ເກີນເວລາ 2 ປີ ດ້ວຍໜ້າທີ່ສຳຄັນແມ່ນກຳນົດບັນດາກົນໄກປະຕິຮູບ ໄທ ໄລຍະຍາວ, ພິເສດແມ່ນປະຕິຮູບດ້ານການເມືອງໃນອະນາຄົດ, ການເມືອງກາຍເປັນຕົວແທນໃຫ້ສຽງເວົ້າຂອງປະຊາຊົນຢ່າງແທ້ຈິງ.