ໄທ:ບໍ່ທັນມີສັນຍານຜ່ອນສັ້ນຜ່ອນຍາວຈາກ2ຝ່າຍ

ໄທ:ບໍ່ທັນມີສັນຍານຜ່ອນສັ້ນຜ່ອນຍາວຈາກ2ຝ່າຍ - ảnh 1
ຜູ້ແຫ່ຂະບວນປະທ້ວງຖືທຸງຊາດໄທ ເຕົ້າໂຮມຢູ່ສຳນັກງານຕຳຫຼວດແຫ່ງຊາດ
(ພາບ: AFP/TTXVN)


(vovworld) – ວັນ​ທີ 6/12, ທ່ານ​ຮອງ​ນາຍົກລັດຖະມົນຕີ, ​ລັດຖະມົນຕີ​ການຕ່າງປະ​ເທດ ​ໄທ ສຸຣາພົງ ວິຈັກ​ໄຈກຸນ ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ນາຍົກລັດຖະມົນຕີ ​ໄທ ຍິງ​ຣັກ ຊິນນະ​ວັດ ​ໄດ້​ຢັ້ງຢືນ​ອີກ​ເທື່ອ​ໜຶ່ງ​ວ່າ: ທ່ານ​ຈະ​ບໍ່​ລາ​ອອກ​ຈາກ​ຕຳ​ແໜ່​ງ ​ແລະ ບໍ່ມີ​ເລື່ອງ​ຍຸບ​ເລີກສະພາ​ແຫ່ງ​ຊາດ. ຄຳ​ຖະ​ແຫຼ​ງດັ່ງກ່າວ​​ໂດຍ​ທ່ານ ສຸ​ຣາພົງ ຍົກ​ອອກ​ມາ​ພາຍຫຼັງ​ກອງ​ປະຊຸມ​ຂອງ​ສູນ​ປະຕິບັດ​ຄວາມ​ເປັນ​ລະບຽບ​ຮ້ຽບຮ້ອຍ ​ແລະ ສັນຕິພາບ (CAPO), ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ທ່ານ​​ນາງ​ນາຍົກລັດຖະມົນຕີ ຍິງຣັກ ຊິນ​ນະ​ວັດ ​ແຕ່ງ​ຕັ້ງ​​ໃຫ້​ທ່ານເປັນ​ຜູ້ອຳນວຍການ​​ເພື່ອຮັບ​ມື​ກັບ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ຕາມ​ທ່ານ ສຸຣາພົງ ​ແລ້ວ, ທ່ານ​ນາງນາຍົກລັດຖະມົນຕີ ​ໄທ ຈະ​ຈັດ​ຕັ້ງ​ເວທີ​ປາ​ໄສ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ທຸກ​ຝ່າຍ, ນັບ​ທັງ​ຫົວໜ້າ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ສຸ​ເທບ ​ເທືອ​ກສຸບັນ, ​ເພື່ອ​​ແນ​ໃສ່​ແກ້​ໄຂ​ສະພາບ​ການ​ເມືອງບໍ່​ມີ​ທາງ​ອອກ​.

    ​ແລະ​ກໍ່​ໃນ​ຕອນຄຳ່​ວັນ​ທີ 6/12, ທ່ານ ສຸ​ເທບ ​ເທືອ​ກສຸບັນ ​ໄດ້​ຖະ​ແຫຼ​ງວ່າ: ວັນ​ຈັນ (9/12) ຈະ​ມາ​ເຖິງ, ຈະ​ແມ່ນ​ວັນ​ຕັດສິນ​ສຳລັບ​ຜູ້​ຕໍ່ສູ້​ຕ້ານ​ລະ​ບອບ ທັກສິນ ​ແລະ ລັດຖະບານ​ຂອງ​ທ່ານ​ນາງ ຍິງ​ຣັກ ຊິນ​ນະ​ວັດ. ທ່ານ​ຢັ້ງຢືນ​ຈະ​ຮັບ​ຮູ້​ທຸກໆ​ໝາກຜົນ​ໃນ​ການຕໍ່​ສູ້​ໃນ​ວັນ​ຈັນ​ຈະ​ມາ​ເຖິງ ​ແລະ ຖ້າ​ຫາກ​ຖືກ​ປະລາ​ໄຊ ທ່ານ​ຈະ​ອອກ​ສະ​ເໜີ​ຕົວ​ຕໍ່​ຕຳຫຼວດ​ເພື່ອ​ປະ​ເຊີ​ນໜ້າ​ກັບ​​ໂທດ​ທີ່​ຖືກ​ກ່າວ​ຫາ.

 

 

ຂ່າວ/ບົດ​ອື່ນ