ໄທປະກາດຮ່າງລັດຖະທຳມະນູນສະບັບໃໝ່

ໄທປະກາດຮ່າງລັດຖະທຳມະນູນສະບັບໃໝ່ - ảnh 1
(ພາບ​ປະ​ກອບ: THX/TTXVN)

(vovworld) –​ ຕອນ​ບ່່າຍ​ວັນ​ທີ 29/01, ຄະ​ນະ​ຮຽບ​ຮ​ຽງ​ລັດ​ຖະ​ທຳ​ມະ​ນູນ​ໄທ (CDC) ປະ​ກາດສະ​ບັບ​ທຳ​ອິດ​ຂອງ​ຮ່່າງລັດ​ຖະ​ທ​ຳ​ມະ​ນູນ​ໃໝ່​ລວມ​ມີ 4 ໝ​ວດ, 270 ມາດ​ຕາ. ເນື້ອ​ໃນ​ຂອງ​ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່​ລວມ​ມີ​ຂ​ໍ້​ມາດ​ຕາ​ກ່ຽວ​ກັບ: ສິດພົນ​ລະ​ເມືອງ, ພັນ​ທະ​ຂອງ​ພົນ​ລະ​ເມືອງ, ​ພັນ​ທະ​ຂອງ​ລັດ​, ນະ​ໂຍ​ບາຍ​ຂອງ​ລັດ, ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖ​ບະານ… ຕາມ​ທ່ານ​ປະ​ທານ CDC ແລ້ວ, ຮ່າງ​ລັດ​ຖະ​ທຳ​ມະ​ນູນ​ສະ​ບັບ​ໃໝ່ ​ ໄດ້​ຮຽບ​ຮຽງບົນ​ພື້ນ​ຖານ​ລັດ​ຖະ​ທ​ຳ​ມະ​ນູ​ນ​ຊົ່ວ​ຄາວ​ທີ່​ປະ​ກາດ​ໃຊ້​ໃນ​ປີ 2014 ແລະ ລັດ​ຖະ​ທຳ​ທະ​ນູນ​ສະ​ນັບ​ໜຶ່ງ​ມີ​ລັກ​ສະ​ນະ​ປະ​ຕິ​ຮູບ ຍ້ອນ​ເອົາ​ໃຈ​ໃສ່​ເຂົ້າ​ໃນ​ເລື່ອງ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ.

      ນັບ​ແຕ່​ການ​ລັດ​ຖະ​ປະ​ຫານ​ເມື່​ອ​ເດືອນ 05/2014, ນີ້​ແມ່ນ​ຮ່າງ​ລັດ​ຖ​ະ​ທ​ຳ​ມະ​ນ​ູນ​ສະ​ບັບ​ທີ່ 2 ເຊິ່ງ CDC ຍົກ​ອອກ​ມາ.

ຂ່າວ/ບົດ​ອື່ນ