ໄທຜັນຂະຫຍາຍທະຫານ ແລະຕຳຫຼວດສະກັດ ກັ້ນການແຫ່ຂະບວນ ປະທ້ວງ
(ພາບ: AFP/ TTXVN)
(vovworld)- ວັນທີ 1/6, ທະຫານ ແລະ ຕຳຫຼວດປະມານ 6000 ຄົນໄດ້ຖືກຜັນຂະຫຍາຍຢູ່ຫຼາຍທ້ອງຖິ່ນທີ່ນະຄອນຫຼວງບາງກອກ ໃນສະພາບການທີ່ອຳນາດການປົກຄອງໄດ້ຊອກຫາວິທີສະກັດກັ້ນຜູ້ແຫ່ຂະບວນປະທ້ວງຄັດຄ້ານການລັດຖະປະ ຫານ. ທ່ານສົມກົດ ຮອງຫົວໜ້າຕຳຫຼວດແຫ່ງຊາດ ໃຫ້ຮູ້ວ່າ: ທະຫານ ແລະ ຕຳຫຼວດໄດ້ຖືກຜັນຂະຫຍາຍຢູ່ສະຖານທີ່ 8 ແຫ່ງຢູ່ນະຄອນຫຼວງບາງກອກແຕ່ມາຮອດປະຈຸບັນກໍ່ຍັງບໍ່ທັນເຫັນສັນຍານຂອງການແຫ່ຂະບວນປະທ້ວງເທື່ອ. ກ່ອນໜ້ານັ້ນ, ນາຍພົນປໄຣຢຸດ ໄດ້ກ່າວເຕືອນຜູ້ແຫ່ຂະບວນປະທ້ວງກ່ຽວກັບບັນດາມາດຕະການລົງໂທດຢ່າງເຂັ້ມງວດ. ຄວາມເຄັ່ງຕຶງປິນຂັ້ນໄດນັບແຕ່ກອງທັບໄດ້ໂຄ້ນລົ້ມລັດຖະບານເມື່ອວັນທີ 22/5 ດ້ວຍຄຳອະທິບາຍວ່າຕ້ອງການກະທຳເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍພາຍຫລັງຄວາມຂາດສະຖຽນລະພາບໄດ້ເພີ່ມຂຶ້ນເປັນເວລາ 7 ເດືອນ./.