ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ
(ພາບ: EPA/TTXVN)
(vovworld) – ໜັງສືພິມພະລາດຊະວັງ ໄທ ອອກວັນທີ 12/09 ໃຫ້ຮູ້ວ່າ: ທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຈາ ດ້ວຍຖານະເປັນປະທານສະພາເພື່ອສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍແຫ່ງຊາດ (NCPO) ກຳອຳນາດຢູ່ ໄທ ໄດ້ອອກຄຳສັ່ງຢຸດຕິເລື່ອງພິພາກສາສາມັນຊົນທີ່ໄດ້ເຢາະເຢີ້ຍພະລາດຊະວັງ ແລະ ນາບຂູ່ເຖິງຄວາມສະຫງົບປອດໄພແຫ່ງຊາດຢູ່ສານທະຫານ, ພ້ອມທັງ ມອບບັນດາຄະດີດັ່ງກ່າວ ເຖິງສານຍຸຕິທຳເພື່ອພິພາກສາ. ຕາມໜັງສືພິມພະລາດຊະວັງ ໄທ ແລ້ວ ຍ້ອນສະພາບການຄ່ອຍໆມີສະຖຽນລະພາບການລົງປະຊາມະຕິກ່ຽວກັບຮ່າງລັດຖະທຳມະນູນ ໄດ້ດຳເນີນໄປຢ່າງສະດວກ, ບັນດາມາດຕະການປ້ອງກັນຄວາມສະຫງົບຈະໄດ້ຜ່ອນຄາຍລົງ ເພື່ອແນໃສ່ອະນຸຍາດໃຫ້ພົນລະເມືອງໄດ້ມີສິດທີ່ເໝາະສົມກັບຫລັກການອຳນາດນິຕິບັນຍັດ, ສິດທິມະນຸດ ແລະ ຖືກກັບຈິດໃຈລັດຖະທຳມະນູນໃໝ່ທີ່ຈະມີຜົນສັກສິດໂດຍໄວ.