ໄທສະໜອງທີ່ພັກໃຫ້ຊາວອົບພະຍົບມຽນມາ ກວ່າ 2500 ຄົນ

(VOVWORLD) -ຊາວອົບພະຍົບເຜົ່າ Karen ກວ່າ 2500 ຄົນຂອງມຽນມາ ຊຶ່ງສ່ວນຫຼາຍແມ່ນແມ່ຍິງ ແລະເດັກນ້ອຍ ໄດ້ຖືກຝ່າຍໄທຈັດແຈງບ່ອນຢູ່ ຊົ່ວຄາວຢູ່ໂຮງຮຽນແຫ່ງຫນຶ່ງໃນເມືອງ ແມ່ສອດ ແຂວງທາກ ທາງພາກຕາເວັນຕົກຂອງໄທ
ໄທສະໜອງທີ່ພັກໃຫ້ຊາວອົບພະຍົບມຽນມາ ກວ່າ 2500 ຄົນ - ảnh 1ຊາວອົບພະຍົບມຽນມາ

    ຜູ້ຄົນເຫຼົ່ານີ້ ໄດ້ພາກັນຫລົບໜີອອກຈາກມຽນມາ ພາຍຫຼັງມີການປະທະກັນ ຢ່າງດຸເດືອດ ລະຫວ່າງທະຫານ ລັດຖະບານ ແລະ ກຳລັງປະກອບອາວຸດ ສຳພັນທະມິດແຫ່ງຊາດ Karen ທີ່ເມືອງ Myawaddy ໃກ້ກັບຊາຍແດນໄທ.

     ກອງທັບມຽນມາໄດ້ຍິງປືນໃຫຍ່ໃສ່ເທດສະບານເມືອງ Myawaddy ເຊິ່ງແມ່ນແຫ່ງ ໂດຍກຳລັງສຳພັນທະມິດແຫ່ງຊາດ Karen ຄຸ້ມຄອງເຮັດໃຫ້ລູກປືນໃຫຍ່ບິນໄປສູ່ດິນແດນຂອງໄທ. ກຳລັງສະເພາະກິດຂອງໄທໄດ້ສົ່ງສານຄັດຄ້ານເຖິງ ມຽນມາໂດຍຜ່ານຄະນະກຳມະການຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ