ໄທ​ເນັ້​ນໃສ່​ເຂົ້າ​ຫົວ​ເລື່ອງພັດ​ທະ​ນາ​ເສັ້ນ​ທາງ​ລົດ​ໄຟ​ໃນ​ພ​າກ​ພື້ນ ຢູ່ ກອງ​ປະ​ຊຸມ​​ສຸດຍອດ ອາ​ຊຽນ 35

(VOVWORLD) -ບັນດາຂໍ້ສະເໜີເພື່ອແນໃສ່ປັບປຸງລະບົບ ແລະ ເຊື່ອມຕໍ່ເສັ້ນທາງລົດໄຟຂອງ ອາຊຽນ ຈະໄດ້ຍົກອອກມາປຶກສາຫາລືຢູ່ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະດຳເນີນຢູ່ໄທ ໃນຕົ້ນເດືອນ ພະຈິກຈະມາເຖິງ.
ໄທ​ເນັ້​ນໃສ່​ເຂົ້າ​ຫົວ​ເລື່ອງພັດ​ທະ​ນາ​ເສັ້ນ​ທາງ​ລົດ​ໄຟ​ໃນ​ພ​າກ​ພື້ນ ຢູ່ ກອງ​ປະ​ຊຸມ​​ສຸດຍອດ ອາ​ຊຽນ 35 - ảnh 1ນາຍົກລັດຖະມົນຕີໄທ ປຣາຢຸດ ຈັນໂອຈາ (ພາບ: TTXVN)

ທ່ານວໍຣາວຸດ ມາລາ ຮັກສາການຜູ້ວ່າການບໍລິສັດທາງລົດໄຟແຫ່ງປະເທດໄທ ໃຫ້ຮູ້ວ່າບັນດາຫົວຂໍ້ຈະໄດ້ນຳມາປຶກສາຫາລືລວມມື: ການພັດທະນາເຊື່ອມຕໍ່ ເສັ້ນທາງລົດໄຟຂອງອາຊຽນ, ບັນດາວິທີການ ເພື່ອໂຄສະນາລະບົບເສັ້ນທາງລົດໄຟແຫ່ງຊາດ ແລະ ຍົກລະດັບເສັ້ນທາງລົດໄຟ.

        ກອງປະຊຸມສຸດຍອດອາຊຽນຄັ້ງທີ 35 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຈະໄດ້ດຳເນີນຢູ່ ບາງກອກ ແລະ ແຂວງ ນົນທະບຸຣີ ໃນລະຫວ່າງວັນທີ 2 – 4 ພະຈິກ, ກະຊວງການຕ່າງປະເທດໄທໃຫ້ຮູ້ວ່າ: ພາຍໃຕ້ການເປັນປະທານຂອງປະເທດເຈົ້າພາບ, ບັນດາການນຳຈະປຶກສາຫາລືບັນຫາຕ່າງໆລວມມີ: ການຮ່ວມມື, ສ້າງສະຖຽນລະພາບຕາມທິດຍືນຍົງ, ຄຸ້ມຄອງເຂດຊາຍແດນ, ຄວາມປອດໄພດ້ານອິນເຕີແນັດ, ອາດຊະຍາກຳຂ້າມຊາດ, ໄພພິບັດທຳມະຊາດ…

ຕອບກັບ

ຂ່າວ/ບົດ​ອື່ນ