ພາບປະກອບ:internet
|
(vovworld)- ວັນທີ 1/ 2, ສານອາຍາໄທ ໄດ້ເລີ່ມຕົ້ນການພິຈາລະນາບັນດາພະຍານຫລັກຖານ ແລະ ປັດໄຈທີ່ກ່ຽວຂ້ອງໂດຍນັກໄອຍະການແຫ່ງລັດ ຍື່ນສະເຫນີເພື່ອຕ້ານຄືນ 98 ຄົນທີ່ຂຶ້ນກັບຝ່າຍເສື້ອເຫລືອງ ທີ່ມີສ່ວນກ່ຽວຂ້ອງເຖິງກໍລະນີຜູ້ແຫ່ຂະບວນປະທ້ວງຕ້ານລັດຖະບານໄດ້ປິດລ້ອມບັນດາສະຫນາມບິນ ດອນເມືອງ ແລະ ສຸວັນນະພູມ ເມື່ອປີ 2008. ໃນຈຳນວນຈຳເລີຍນັ້ນ ມີ 2 ຄົນແມ່ນການນຳຂອງພັນທະມິດປະຊາຊົນເພື່ອປະຊາທິປະໄຕ (PAD) ຖືກກ່າວຜູກຫາ ບັນດາໂທດກໍ່ການຮ້າຍ, ເຕົ້າໂຮມຢ່າງຜິດກົດໝາຍ ແລະທຳລາຍສັນຕິພາບ, ຄວາມເປັນລະບຽບຮຽບຮ້ອຍຂອງປະເທດຊາດ ຍ້ອນໄດ້ຊີ້ນຳການປິດລ້ອມສະຫນາມບິນ 2 ແຫ່ງດັ່ງກ່າວໃນກະແສຟອງແຫ່ຂະບວນປະທ້ວງຕ້ານລັດຖະບານ ຂອງ ຝ່າຍເສື້ອແດງ. ສານອາຍາໄທ ໃຫ້ຮູ້ວ່າ: ໄດ້ກຳນົດເວລາຈັດຕັ້ງການຮັບເອົາຄຳໃຫ້ການຂອງບັນດາຕົວພະຍານຂອງຝ່າຍໂຈດໃນວັນທີ 20/10