ໄທແລະກຳປູເຈຍເຫັນດີເປັນເອກະສັນຮັກສາການຮ່ວມມືຢ່າງແໜ້ນແຟ້ນ
ພາບປະກອບ
(vovworld) – ໃນການເຈລະຈາຢູ່ບາງກອກ ໃນວັນທີ 20/6, ທ່ານລັດຖະມົນຕີການຕ່າງປະເທດ ໄທ ດອນ ປຣາບຸດວີໄນ ແລະ ຄູ່ຕຳແໜ່ງ ກຳປູເຈຍ Prak Sokhonn ເຫັນດີເປັນເອກະສັນ 2 ປະເທດຈະຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນ ແລະ ເຮັດໃຫ້ການພົວພັນຮ່ວມມືທີ່ມີຢູ່ແລ້ວເລິກເຊິ່ງກ່ວາອີກ, ພິເສດແມ່ນບັນຫາຊາຍແດນ ແລະ ແຮງງານ. ກ່າວຄຳເຫັນຕໍ່ວົງການນັກຂ່າວ ພາຍຫຼັງການເຈລະຈາແກ່ຍາວເປັນເວລາ 1 ຊົ່ວໂມງ, ທ່ານລັດຖະມົນຕີ ໄທ ໃຫ້ຮູ້ວ່າ: 2 ຝ່າຍໄດ້ປຶກສາຫາລືຫຼາຍບັນຫາ 2 ຝ່າຍ, ພິເສດແມ່ນດ້ານການຄ້າ, ການລົງທຶນ, ການຮ່ວມມືດ້ານແຮງງານ ແລະ ຊາຍແດນ. 2 ຝ່າຍໃຫ້ຄຳໝັ້ນສັນຍາຮ່ວມມືກັນເພື່ອແກ້ໄຂບັນດາບັນຫາ 2 ປະເທດພວມປະເຊີນໜ້າ ໃນນັ້ນມີໄພການຄ້າມະນຸດ. ຕາມລັດຖະມົນຕີການຕ່າງປະເທດ ກຳປູເຈຍ Prak Sokhonn ແລ້ວ, ການພົວພັນຮ່ວມມືລະຫວ່າງ 2 ຝ່າຍໄດ້ມີຄວາມຄືບໜ້າຫຼາຍຢ່າງ, ພິເສດແມ່ນບັນຫາຊາຍແດນ ແລະ ການຮ່ວມມືດ້ານແຮງງານ.
ກ່ອນໜ້າໃນນັ້ນ, ທ່ານລັດຖະມົນຕີ Prak Sokhonn ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຢຸດ ຈັນໂອຊາ. ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ປຣາຢຸດ ໄດ້ສະແດງຄວາມກຽມພ້ອມເພື່ອເຊື່ອມຕໍ່ກັບຝ່າຍ ກຳປູເຈຍ ໃນທຸກຂົງເຂດ.