ໄລຍະ2016-2020ຕ້ອງສູ້ຊົນມີ50%ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່
ກອງປະຊຸມຄະນະຊີ້ນຳຕີລາຄາໝາກຜົນ
ການປະຕິບັດຂະບວນການກໍ່ສ້າງຊົນນະບົດໃໝ່
(ພາບ: vovgiaothong.vn)
(vovworld) - ໄລຍະ 2016-2020 ຕ້ອງສູ້ຊົນມີ 50% ຈຳນວນຕາແສງບັນລຸມາດຖານຊົນນະບົດໃໝ່. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ຫົວໜ້າຄະນະຊີ້ນຳສູນກາງໂຄງການຈຸດໝາຍແຫ່ງຊາດ ກ່ຽວກັບການກໍ່ສ້າງຊົນນະບົດໃໝ່ ທີ່ກອງປະຊຸມຄະນະຊີ້ນຳ ຕີລາຄາໝາກຜົນການປະຕິບັດຂະບວນການກໍ່ສ້າງຊົນນະບົດໃໝ່ໃນ 6 ເດືອນຕົ້ນປີ ແລະ ປຶກສາຫາລືເຖິງບັນຫາໜ້າທີ່ໃນຊຸມເດືອນທ້າຍປີ 2015, ເຊິ່ງດຳເນີນໄປໃນຕອນເຊົ້າວັນທີ 08/07 ຢູ່ສຳນັກງານລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ກໍ່ໃສ່ໃຈວ່າ, ນັບແຕ່ນີ້ຮອດປີ 2020, ຢູ່ແຕ່ລະແຂວງ, ນະຄອນຂຶ້ນກັບສູນກາງ ຢ່າງໜ້ອຍສຸດຕ້ອງມີເມືອງໜຶ່ງບັນລຸມາດຖານຊົນນະບົດໃໝ່. ທີ່ກອງປະຊຸມ, ບັນດາຜູ້ແທນກໍ່ສະເໜີເພີ່ມຄ່າໃຊ້ຈ່າຍ ເພື່ອມີແຫຼ່ງກຳລັງຊຸກຍູ້ໂຄງການໃຫ້ບັນລຸຈຸດໝາຍ ໄລຍະ 2010 – 2015; ເພີ່ມທະວີການໜູນຊ່ວຍບັນດາຕາແສງຫຍຸ້ງຍາກ ແລະ ບັນດາຕາແສງສູ້ຊົນບັນລຸມາດຖານຊົນນະບົດໃໝ່ໃນປີ 2015… ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ, ສະເໜີຄະນະຊີ້ນຳຕັ້ງໜ້າຊຸກຍູ້, ກວດກາ, ຊີ້ນຳບັນດາທ້ອງຖິ່ນຍູ້ແຮງຄວາມຄືບໜ້າ, ສຸມໃສ່ປະຕິບັດສຳເລັດຈຸດໝາຍກໍ່ສ້າງຊົນນະບົດໃໝ່ໃນທ້າຍປີ 2015.