ໄວໜຸ່ມນະຄອນຫລວງຈັດການເຄື່ອນໄຫວອາສາສະໝັກຢູ່ວຽງຈັນລາວ

ໄວໜຸ່ມນະຄອນຫລວງຈັດການເຄື່ອນໄຫວອາສາສະໝັກຢູ່ວຽງຈັນລາວ - ảnh 1
ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​
ອາສາ​ສະໝັກ​ຢູ່ ວຽງ​ຈັນ, ລາວ
(ພາບ: ເລຢູງ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 01/07 ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ຢູ່ ວຽງ​ຈັນ, ລາວ ດ້ວຍ​ຫົວ​ຂໍ້​ວ່າ “​ໄວ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງ​ນ້ຳ​ໃຈ​ມິດຕະພາບ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 54 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ (05/09/1962 – 05/09/2016) ​ແລະ 39 ປີ​ແຫ່ງ​ວັນ​ລົງ​ນາມສົນທິ​ສັນຍາ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ລາວ (18/07/1977 – 18/07/2016). ຄະນະ​ອາສາ​ສະໝັກ​ມີ​ສະມາຊິກ 42 ຄົນ​ແມ່ນ​ບັນດາ​ຊາວ​ໜຸ່ມ​ອາສາ​ສະໝັກ​, ​​ແພດໝໍ, ທ່ານໝໍ, ນັກ​ຊ່ຽວຊານ​ດ້ານ​ກະສິກຳ, ນັກ​ສຶກສາ​ດີ​ເດັ່ນ…​ໃນ​ບໍລິ​ເວນ. ຄະນະ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຄື: ກວດ​ພະຍາດ, ​ແຈກ​ຢາຍ​ຢາ​ທີ່​ບໍ່​ເສຍ​ຄ່າ​ໃຫ້​ຊາວ​ເມືອງ ​ໄຊ​ເສດ​ຖາ (ວຽງ​ຈັນ)​ໃຫ້ 1500 ຄົນ; ​ໂຄສະນາ ​ແລະ ​ແນະນຳ​ປະຊາຊົນ​ເຮັດ​ອະນາ​ໄມ ປ້​​ອງກັນ​ໂລກ​ພະຍາດ, ປ້ອງ​ກັນ​ຕ້ານ​ອຸບັດ​ຕິ​ເຫດ; ຖ່ອຍ​ທອດ​ວິທະຍາສາດ, ​ເຕັກນິກ​ກ່ຽວ​ກັບ​ການ​ລ້ຽງສັດ, ມອບ​ຄອມ​ພິວ​ເຕີນ, ອຸປະ​ກອບ​ການ​ຮຽນ, ມອບ​ຂອງຂວັນ…​ລວມ​ມູນ​ຄ່າ​ກ່ວາ 600 ລ້ານດົ່ງ.

ຂ່າວ/ບົດ​ອື່ນ