(vovworld) - ຕອນເຊົ້າວັນທີ 01/05, ລະນຶກ 110 ປີ ແຫ່ງວັນຄ້າຍວັນເກີດທ່ານອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເຈີນຟຸ໋ (01/05/1904 – 01/05/2014), ຮອງເລຂາຜູ້ປະຈຳການຄະນະຊາວໜຸ່ມຮ່າໂນ້ຍ ຫງວຽນວັນທັ໋ງ ພ້ອມກັບຜູ້ຕາງໜ້າສະມາຊິກຊາວໜຸ່ມນະຄອນຫຼວງ ໄດ້ໄປຖະຫວາຍທູບທຽນອາໄລຫາທ່ານອະດີດເລຂາທິການໃຫຍ່ ເຈີນຟຸ໋ ຢູ່ເຂດປູຊະນີຍະສະຖານ ເຮືອນເລກທີ 90, ຖະໜົນ ເທີ້ຍວັມ, ເມືອງຮ່ວານກ໋ຽມ, ຮ່າໂນ້ຍ. ນີ້ແມ່ນການເຄື່ອນໄຫວປະຈຳປີຂອງໄວໜຸ່ມນະຄອນຫຼວງ ເພື່ອສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງທີ່ມີຕໍ່ທ່ານອະດີດເລຂາທິການໃຫຍ່ ເຈີນຟຸ໋, ເຊິ່ງແມ່ນເລຂາທິການໃຫຍ່ຜູ້ທຳອິດຂອງພັກກອມມູນິດຫວຽດນາມ. ຢູ່ທີ່ນີ້, ບັນດາສະມາຊິກຊາວໜຸ່ມ ໄດ້ທົບທວນຄືນມູນເຊື້ອປະຫວັດສາດຂອງພັກ ແລະ ຊາດ, ພ້ອມທັງຮັບຟັງແນະນຳກ່ຽວກັບຊີວິດ, ພາລະກິດເຄື່ອນໄຫວປະຕິວັດຂອງທ່ານອະດີດເລຂາທິການໃຫຍ່ ເຈີນຟຸ໋.