ໄວໜຸ່ມນະຄອນຫຼວງຮ່າໂນ້ຍ ອອກເຄື່ອນພົນໄປເຄື່ອນໄຫວອາສາສະໝັກຢູ່ ລາວ

(VOVWORLD) -ບັນດາການເຄື່ອນໄຫວອາສາສະໝັກຂອງ ຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ຈະດໍາເນີນຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 29 ກໍລະກົດ - 07 ສິງຫາ 2019.
ໄວໜຸ່ມນະຄອນຫຼວງຮ່າໂນ້ຍ ອອກເຄື່ອນພົນໄປເຄື່ອນໄຫວອາສາສະໝັກຢູ່ ລາວ - ảnh 1ຊາວໜຸ່ມ ອາສາສະໝັກ 35 ຄົນ ກຽມອອກເດີນທາງ 

 ພິທີອອກເຄື່ອນພົນຖືກດໍາເນີນໃນຕອນເຊົ້າວັນທີ 29 ກໍລະກົດ, ຢູ່ ຮ່າໂນ້ຍ. ດ້ວຍຫົວຂໍ້ວ່າ “ໄວໜຸ່ມຮ່ວມຮ່ວມໃຈ ເພີ່ມພູນຄຸນສ້າງນໍ້າໃຈໄມຕີຈິດມິດຕະພາບ”, ບັນດາການເຄື່ອນໄຫວອາສາສະໝັກຂອງ ຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ຈະດໍາເນີນຢູ່ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ໃນລະຫວ່າງວັນທີ 29 ກໍລະກົດ - 07 ສິງຫາ 2019. ຊາວໜຸ່ມ ອາສາສະໝັກ 35 ຄົນ ລວມມີການນໍາ, ພາລະກອນຄະນະຊາວໜຸ່ມນະຄອນຮ່າໂນ້ຍ, ຄະນະຊາວໜຸ່ມຂັ້ນຮາກຖານທີ່ສັງກັດຄະນະຊາວໜຸ່ມນະຄອນ, ແພດໝໍຂອງສະມາຄົມແພດໝໍໜຸ່ມ ນະຄອນຮ່າໂນ້ຍ; ບັນດານັກຊ່ຽວຊານກະສິກໍາ; ສະມາຊິກຄະນະຊາວໜຸ່ມ, ນັກສຶກສາດີເດັ່ນຂອງນະຄອນຫຼວງຮ່າໂນ້ຍ ຈະພົບປະແລກປ່ຽນ, ແບ່ງປັນບົດຮຽນປະສົບການໃນວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມ, ເຍົາວະຊົນ; ບັນດາການເຄື່ອນໄຫວອາສາສະໝັກກວດພະຍາດ, ແຈກຢາຍຢຸກຢາໂດຍບໍ່ເກັບຄ່າໃຫ້ແກ່ປະຊາຊົນ ແລະ ຊາວໜຸ່ມເຍົາວະຊົນ 1.000 ຄົນ; ໂຄສະນາ ແລະ ແນະນໍາປະຊາຊົນເຮັດອະນາໄມເພື່ອປ້ອງກັນຕ້ານໂລກພະຍາດ; ປ້ອງກັນ, ຕ້ານອຸປັດຕິເຫດ.... ຄະນະຊາວໜຸ່ມກໍຈະຈັດຕ້ັງການຖ່າຍທອດວິທະຍາສາດ, ເຕັກນິກກ່ຽວກັບການລ້ຽງສັດໃຫ້ແກ່ປະຊາຊົນ; ໄປຢ້ຽມຢາມຖາມຂ່າວ, ມອບຂອງຂວັນໃຫ້ບັນດາຄອບຄົວເປົ້າໝາຍນະໂນບາຍ, ຜູ້ປະສົບກັບຄວາມຫຍຸ້ງຍາກ; ພົບປະແລກປ່ຽນວັດທະນະທໍາ, ກິລາ... ນອກຈາກບັນດາການເຄື່ອນໄຫວອາສາສະໝັກແລ້ວ, ຄະນະຊາວໜຸ່ມກໍຈະມອບກິດຈະກໍາຊາວໜຸ່ມ, ຄອມພິວເຕີ, ເຄື່ອງພິມ, ອຸປະກອນການສຶກສາ, ອຸປະກອນກິລາ ໃຫ້ແກ່ເດັກຢູ່ນະຄອນຫຼວງວຽງຈັນ ອີກດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ