ໜັງສືຜ່ານແຜນຂອງ ຫວຽດນາມ ເລື່ອນ 6 ຂັ້ນໃນຕາຕະລາງຈັດອັນດັບ ໜັງສືຜ່ານແດນ “”ມີສິດອຳນາດ” ທີ່ສຸດໃນໂລກ
(VOVWORLD) - ພົນລະເມືອງ ຫວຽດນາມ ສາມາດໄປຍັງ 55 ປະເທດ ແລະ ເຂດແຄ້ວນ ໂດຍບໍ່ຕ້ອງຂໍວິຊາ.
ພາບປະກອບ: TTXVN |
ຕາມຕາຕະລາງຈັດອັນດັບໜັງສືຜ່ານແດນທົ່ວໂລກໂດຍບໍລິສັດໃຫ້ຄຳປຶກສາການຕັ້ງຖີ່ນຖານຄົງທີ່ Henley & Partners ທີ່ມີສຳນັກງານໃຫຍ່ຢູ່ London (ອັງກິດ) ປະກາດໃນວັນທີ 18 ກໍລະກົດ, ຫວຽດນາມ ໄດ້ຈັດອັນດັບທີ 86, ເລື່ອນ 6 ຂັ້ນເມື່ອທຽບໃສ່ ປີ 2022. ພົນລະເມືອງ ຫວຽດນາມ ສາມາດໄປຍັງ 55 ປະເທດ ແລະ ເຂດແຄ້ວນ ໂດຍບໍ່ຕ້ອງຂໍວິຊາ.
ໃນຕາຕະລາງຈັດອັນດັບໂລກ, ສິງກະໂປໄດ້ລື່ນກາຍຍີ່ປຸ່ນ ກາຍເປັນປະເທດ ມີໜັງສືຜ່ານແດນ ທີ່ມີສິດອຳນາດ ທີ່ສຸດໃນໂລກ. ພົນລະເມືອງສິງກະໂປ ໄດ້ຮັບອະນຸຍາດໃຫ້ເຂົ້າເມືອງຂອງ 192 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກໂດຍບໍ່ຕ້ອງຂໍວິຊາ.