ໜັງ​ສື​ພິມ ລາວ ຢືນ​ຢັນ ສາຍ​ພົວ​ພັນ​ລະ​ຫວ່າງ ລາວ - ຫວຽດ​ນາມ ນັບ​ມື້​ນັບພັດ​ທະ​ນາ

(VOVWORLD) -ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນຄັ້ງນີ້ ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.
ໜັງ​ສື​ພິມ ລາວ ຢືນ​ຢັນ ສາຍ​ພົວ​ພັນ​ລະ​ຫວ່າງ ລາວ - ຫວຽດ​ນາມ ນັບ​ມື້​ນັບພັດ​ທະ​ນາ - ảnh 1(ພາບ: VOV)

ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ນຳໜ້າຄະນະຜູ້ແທນຂັ້ນສູງ ລັດຖະບານ ລາວ ເດີນທາງມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 8 ຫາວັນທີ 10 ມັງກອນ 2022, ພ້ອມທັງເປັນປະທານຮ່ວມກອງປະຊຸມຮ່ວມມືທະວີພາຄີ ຄັ້ງທີ 44 ລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ແລະ ປຸກລະດົມປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ  - ຫວຽດນາມ 2022, ໜັງສືພິມຂອງ ລາວ ກໍມີບົດຂຽນຫຼາຍບົດກ່ຽວກັບສາຍພົວພັນແບບພິເສດລະຫວ່າງສອງປະເທດ.

        ວັນທີ 7 ມັງກອນ, ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ສຽງຂອງສູນກາງພັກປະຊາຊົນ ປະຕິວັດ ລາວ ໄດ້ລົງບົດນຳທີ່ມີຫົວຂໍ້ “ນ້ຳໃຈສາມັກຄີແບບພິເສດ ລາວ - ຫວຽດນາມ ຈະບໍ່ມີວັນຈືດຈາງ”. ໜັງສືພິມ Pathetlao Daily (ປະເທດລາວ ລາຍວັນ ຂອງ ສຳນັກຂ່າວສານ ປະເທດລາວ) ໄດ້ລົງບົດຂຽນ ດ້ວຍຫົວຂໍ້ “ລາວ - ຫວຽດນາມ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຄວາມສາມັກຄີພິເສດ”. ບັນດາບົດຂຽນເຫຼົ່ານັ້ນ ລ້ວນແຕ່ເນັ້ນໜັກວ່າ ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໃນຄັ້ງນີ້ ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງຄວາມສະໜິດຕິດພັນ, ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ - ຫວຽດນາມ ໃຫ້ນັບມື້ນັບເກີດດອກອອກຜົນຍິ່ງໆຂຶ້ນ.

ເຈິ່ນຕວ໊ນ ແລະ ດັ້ງຖຸ່ຍ - ນັກຂ່າວ VOV ປະຈຳ ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ