ໜັງສືພິມອາເມລິ ກາ: ໃຫ້ຂ່າວກ່ຽວກັບອະນາຄົດອັນສົດໄສຂອງເສດຖະກິດຫວຽດນາມ

ໜັງສືພິມອາເມລິ ກາ: ໃຫ້ຂ່າວກ່ຽວກັບອະນາຄົດອັນສົດໄສຂອງເສດຖະກິດຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​ເຄືອ​ຄ່າ​ຍສືບ​ລາຊະການ​ລັບ​ເສດຖະກິດ “Stratfor” ຂອງ​ອາ​ເມ​ລິ​ກາ ຫາ​ກໍ່​ມີ​ບົດ​ຂຽນ​ກ່ຽວ​ກັບ​ສະພາບ​ການ​ລົງທຶນ​ຢູ່​ຫວຽດນາມ, ​ໃນ​ນັ້ນ​ໃຫ້​ຂໍ້​ສັງ​ເກດບັນດາທ່າ​ອຽງ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI) ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້ ອາດ​ຈະ​​ແມ່ນ​ສັນຍານ​ທີ່​ດີ​ໃຫ້​ແກ່​ຫວຽດນາມ ​ເມື່ອ​ລັດຖະບານ​ພວມ​ມານະ​ພະຍາຍາມ​ດຶງ​ດູດ​ບັນດາ​ນັກ​ລົງທຶນ​ໃນ​ສະພາບ​ທີ່​ເສດຖະກິດ​ທົ່ວ​ໂລກ​ຊັກຊ້າລົງ​ນັບ​​ແຕ່​ປີ 2009. ຕາມ​ບົດ​ຂຽນ​ແລ້ວ, FDI ​ເຂົ້າ​ຫວຽດນາມ ​ໄດ້​ຟື້ນ​ຟູ​ຢ່າງ​ດີ​ພໍ​ສົມຄວນ ​ແລະ ​ໄດ້ຫຼັງໄຫລເຂົ້າ​ບັນດາ​ພາກ​ພື້ນ​ເຊິ່ງກ່ອນນັ້ນ​ບໍ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກວົງ​ການ​ນັກ​ລົງທຶນ​ຫຼາຍ. ຄວາມ​ເປັນ​ຫຼາຍ​ຮູບຫຼາຍ​ແບບ​ກ່ຽວ​ກັບ FDI ອາດ​ຈະ​ຊ່ວຍ​ໃຫ້​ຫວຽດນາມ ຮັກສາ​ທີ່​ຕັ້ງບົດບາດ​ເປັນ​ພື້ນຖານ​ເສດຖະກິດ​ຫາ​ກໍ່​ພົ້ນ​ເດັ່ນ​ທີ່​ໜ້າ​ດູດ​ດື່ມ​ໃນ​ພາກ​ພື້ນ​ທີ່​ມີ​ລັກສະນະ​ແກ່ງ​​ແຍ້ງ​ສູງ​ໃນ​ປະຈຸ​ບັນ. ກໍ່ຕາມ​ບົດ​ຂຽນ, ຫວຽດນາມ ມີ​ທ່າ​ແກ້ງ​ແຍ່ງ​ດີ​ພໍ​ສົມຄວນ​ຄື ຄົນ​ງານ​ໜຸ່ມ​ຫຼາຍ, ມີ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ແລະ ບັນດາ​ນະ​ໂຍບາຍ​ດຶງດູດ​ການ​ລົງທຶນ​ທີ່ອຳນວຍຄວາມສະດວກ​ພາຍຫຼັງ​ການ​ເປີດ​ປະຕູ. Stratfor ຖື​ວ່າ ດ້ວຍ​ກຳລັງ​ຄົນ​ງານຫຼາຍ, ຄ່າ​ໃຊ້​ຈ່າຍ​ໜ້ອຍ, ທີ່​ຕັ້ງ​ຍຸດ​ທະ​ສາດ ​ແລະ ຄວາມ​ຕັດສິນ​ໃຈ​ປ່ຽນ​ໃໝ່​ຂອງ​ລັດຖະບານ​ເພື່​ອ​ແນ​ໃສ່​ປະຕິ​ຮູບ​​ໂຄງ​ປະກອບ​ເສດຖະກິດ, ຫວຽດນາມ ສາມາດ​ຮັກສາ​ໄດ້​ທີ່​ຕັ້ງ​ບົດບາດດຶງ​ດູດ​ການ​ລົງທຶນ​ດີກ​ວ່າ​ໝູ່​ໃນ​ພາກ​ພື້ນ.
ຂ່າວ/ບົດ​ອື່ນ