ໜັງສືພິມເຍິນເຢີນເອເລັກໂຕນິກເປີດຕົວພາກພາສາແອັດສະປາຍ

(VOVWORLD) -ຕອນເຊົ້າວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ໜັງສືພິມ ເຍິນເຢິນ (ປະຊາຊົນ) ເອເລັກໂຕນິກ ໄດ້ເປີດຕົວພາກພາສາແອັດສະປາຍ ທີ່ເວັບໄຊ: es.nhandan.org.vn ແລະ es.nhandan.com.vn. ນີ້ແມ່ນໜັງສືພິມເອເລັກໂຕນິກພາກພາສາຕ່າງປະເທດຫຼ້າສຸດຂອງໜັງສືພິມເຍິນເຢິນ.

ໜັງສືພິມເຍິນເຢີນເອເລັກໂຕນິກເປີດຕົວພາກພາສາແອັດສະປາຍ - ảnh 1ໜັງສືພິມເຍິນເຢີນເອເລັກໂຕນິກເປີດຕົວພາກພາສາແອັດສະປາຍ

(ພາບ: dantri.com.vn)

ກ່າວຄຳເຫັນທີ່ພິທີ, ທ່ານ ຫວໍວັນເຖືອງ ເນັ້ນໜັກວ່າ: ເລື່ອງໜັງສືພິມເຍິນເຢິນ ຍູ້ແຮງວຽກງານຈຳໜ່າຍບັນດາສື່ສິງພິມເຍິນເຢິນເອເລັກໂຕນິກ ດ້ວຍພາສາຫວຽດນາມ, ອັງກິດ, ຈີນ, ຝລັ່ງ, ລັດເຊຍ ແລະ ປະຈຸບັນແມ່ນໜັງສືພິມເອເລັກໂຕນິກພາກພາສາແອັດສະປາຍ ໄດ້ຊີ້ໃຫ້ເຫັນການປະດິດຄິດສ້າງ ແລະ ເປັນເຈົ້າການຂອງໜັງສືພິມເຍິນເຢິນ. ທ່ານ ຫວໍວັນເຖືອງ ສະເໜີວ່າ, ຖັນແຖວບັນດາຜູ້ເຮັດວຽກງານໜັງສືພິມຂອງພັກ, ໂດຍສະເພາະແມ່ນບັນດາພະນັກງານ, ນັກຂ່າວ, ບັນນາທິການໜັງສືພິມເຍິນເຢິນເອເລັກໂຕນິກເວົ້າລວມ, ໜັງສືພິມເຍິນເຢິນເອເລັກໂຕນິກພາກພາສາແອັດສະປາຍ ເວົ້າສະເພາະ ຄວນເສີມຂະຫຍາຍການເປັນເຈົ້າການ, ມີຫົວຄິດປະດິດສ້າງ, ກຳແໜ້ນສະພາບການຂອງປະເທດຊາດ, ຂອງພາກພື້ນ ແລະ ໂລກຢ່າງໃກ້ຊິດ, ຍົກສູງຄຸນນະທາດດ້ານການເມືອງ ແລະ ວິຊາການຢ່າງບໍ່ຢຸດຢັ້ງ ເພື່ອນຳຂໍ້ມູນຂ່າວສານເຖິງເພື່ອນຜູ້ອ່ານໄດ້ຢ່າງໄວ ແລະ ຊັດເຈນ, ຊ່ວຍໃຫ້ເພື່ອນຜູ້ອ່ານມີຄວາມເຂົ້າໃຈກ່ຽວກັບປະເທດຊາດ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍກົດໝາຍຂອງລັດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ