ໜັງສືພິມເຢຍລະມັນຕີລາຄາສູງສະພາບແວດລ້ອມແຫ່ງການລົງທຶນຂອງຫວຽດນາມ
(ພາບປະກອບຈາກ Trần Việt/TTXVN)
(vovworld) – ໜັງສືພິມ “ຄື້ນຟອງເຢຍລະມັນ” (DW) ສະບັບອອກມໍ່ໆມານີ້ມີບົດຂຽນໃຫ້ຮູ້ວ່າ: ວິສາຫະກິດ ເຢຍລະມັນ ນັບມື້ນັບຖື ຫວຽດນາມ ແມ່ນສະຖານທີ່ສຳຄັນໃນຍຸດທະສາດລົງທຶນ, ດຳເນີນທຸລະກິດຂອງຕົນຢູ່ພາກພື້ນ ອາຊີ - ປາຊີຟິກ. ບົດຂຽນໄດ້ຍົກຕົວຢ່າງກ່ຽວກັບຜົນສຳເລັດຂອງກຸ່ມບໍລິສັດຜະລິດເຄື່ອງກິລາ Adidas ຢູ່ ຫວຽດນາມ. ແຕ່ຫຼາຍປີມານີ້, ບັນດາຜະລິດຕະພັນຂອງບໍລິສັດນີ້ໄດ້ຮັບການຜະລິດຢູ່ ຫວຽດນາມ ແລະ ຫວຽດນາມ ກາຍເປັນສະຖານທີ່ສະໜອງຜະລິດຕະພັນສຳຄັນອັນດັບ 3 ຂອງ Adidas ໃນທົ່ວໂລກ ຖັກຈາກ ຈີນ ແລະ ອິນໂດເນເຊຍ. ບົດຂຽນຖືວ່າ: ບໍ່ພຽງແຕ່ Adidas ເທົ່ານັ້ນ ຫາກຍັງມີບໍລິສັດຫຼາຍແຫ່ງຂອງ ເຢຍລະມັນ ເວົ້າລວມລ້ວນແຕ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈສູງຈາກຜູ້ໃຊ້ສອຍ ຫວຽດນາມ, ພິເສດແມ່ນຂົງເຂດ ໂອໂຕດ້ວຍບັນດາຍີ່ຫໍ້ຄື: Mercedes, BMW ຫຼື Audi.
ຕາມບົດຂຽນແລ້ວ, ດ້ວຍພົນລະເມືອງ 90 ລ້ານຄົນ ແລະ ລາຍຮັບສະເລ່ຍໃສ່ຫົວຄົນເພີ່ມຂຶ້ນເປັນປົກກະຕິນັ້ນ, ຫວຽດນາມ ໄດ້ກາຍເປັນຕະຫຼາດໃຊ້ສອຍພາຍໃນທີ່ດຶງດູດບັນດານັກລົງທຶນສາກົນ, ໃນນັ້ນມີບັນດານັກລົງທຶນເຢຍລະມັນ. ຄຽງຄູ່ກັນນັ້ນ, ດ້ວຍແງ່ຫວັງເຕີບໂຕໃນປີ 2015 ຕາມການຄາດຄະເນຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD), ຫວຽດນາມ ຈະແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃຫ້ແກ່ບັນດານັກລົງທຶນ ແລະ ວິສາຫະກິດຕ່າງປະເທດ.