ໜູນຊ່ວຍຄົນພິການຢູ່ 7 ແຂວງທີ່ຖືກຕິດທາດພິດສີສົ້ມ/ດີໂອຊີນ

(VOVWORLD) -ຄົນພິການທີຖືກຕິດທາດພິດສີສົມດີໂອຊີນ ແມ່ນຕ້ອງການໄດ້ຮັບການເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບຂອງຄົນພິການ.

 

ໜູນຊ່ວຍຄົນພິການຢູ່ 7 ແຂວງທີ່ຖືກຕິດທາດພິດສີສົ້ມ/ດີໂອຊີນ - ảnh 1ທ່ານເຍິນແທັ່ງກົງ ຕາງໜ້າຫ້ອງການ 701 ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ (ພາບ: TTXVN)

ວັນທີ 19 ສິງຫາ, ຢູ່ແຂວງດົ່ງນາຍ, ຫ້ອງການອົງການປະຈໍາຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກທາດເຄມີພາຍຫຼັງສົງຄາມຢູ່ຫວຽດນາມ (ຫ້ອງການ 701)  ໄດ້ສົມທົບກັບອົງການພັດທະນາສາກົນ ອາເມລິກາ (USAID) ຈັດຕັ້ງກອງປະຊຸມສໍາມະນາກ່ຽວກັບໂຄງການໜູນຊ່ວຍຄົນພິການຢູ່ 7 ແຂວງຂອງຫວຽດນາມ ທີ່ຖືກຕິດທາດພິດສີສົ້ມ/ດີໂອຊີນ ເຊິ່ງລວມມີ: ດົ່ງນາຍ, ບິ່ງເຟືອກ, ເຕິຍນິງ, ບິ່ງດີ້ງ, ກວ໋າງນາມ, ເທື່ອທຽນເຫວ້ ແລະ ກວ໋າງຈິ.

        ໂຄງການໜູນຊ່ວຍຄົນພິການຫວຽດນາມ ເພື່ອແນໃສ່ປະຕິບັດບົດບັນທຶກຊ່່ວຍຈໍາວ່າດ້ວຍການຮ່ວມມື ທີ່ໄດ້ລົງນາມລະຫວ່າງຫ້ອງການ 701 ແລະ USAID ໃນເດືອນ ເມສາ 2019. ຕາມນັ້ນແລ້ວ, ອົງການ USAID ໜູນຊ່ວຍຫວຽດນາມຈໍານວນເງິນ 50 ລ້ານ USD ເພື່ອແນໃສ່ປົວແປງຄຸນນະພາບຊີວິດການເປັນຢູ່ ແລະ ຮັບປະກັນການເຊື່ອມຕົວເຂົ້າກັບສັງຄົມຂອງຄົນພິການ ຢູ່ 7 ແຂວງດັ່ງກ່າວ. ຄົນພິການທີຖືກຕິດທາດພິດສີສົມດີໂອຊີນ ແມ່ນຕ້ອງການໄດ້ຮັບການເບິ່ງແຍງດູແລສຸຂະພາບ, ຟື້ນຟູສະມັດຕະພາບຂອງຄົນພິການ.

ຕອບກັບ

ຂ່າວ/ບົດ​ອື່ນ