ໜີ້ສິນສາທາລະນະຂອງພາກພື້ນນຳໃຊ້ສະກຸນເງິນເອີໂຣຍັງສູງເກີນກຳນົດ
ພາບປະກອບ
(vovworld) – ວັນທີ 22/1, ອົງການສະຖິຕິ ເອີລົບ (Eurostat) ໃຫ້ຮູ້ວ່າ: ໜີ້ສິນສາທາລະນະຂອງພາກພື້ນນຳໃຊ້ສະກຸນເງິນ ເອີໂຣ ໄດ້ຫລຸດລົງແຕ່ຍັງຄົງສູງກ່ວາເມື່ອທຽບໃສ່ລະດັບເພດານຕາມຂໍ້ກຳນົດຂອງສະຫະພາບເອີລົບ (ອີຢູ).
ນີ້ເປັນຄັ້ງທຳອິດ, ທີ່ໜີ້ສິນສາທາລະນະຂອງພາກພື້ນນຳໃຊ້ສະກຸນເງິນ ເອີໂຣ ໄດ້ຫລຸດລົງນັບແຕ່ໄຕມາດ 4/2007, ເຊິ່ງແມ່ນຈຸດເວລາເລີ່ມເກີດວິກິດການການເງິນທົ່ວໂລກ ເຮັດໃຫ້ເກີດວິກິດການໜີ້ສິນສາທາລະນະໃນພາກພື້ນນຳໃຊ້ສະກຸນເງິນເອີໂຣລວມ.
ບັນດາປະເທດທີ່ມີລະດັບໜີ້ສິນສາທາລະນະສູງສຸດເມື່ອໄລ່ຮອດທ້າຍໄຕມາດທີ 3/2013 ລວມມີ ເກັຼກ (171,8%), ອີຕາລີ (132,9%)... ປອກຕຸຍການ (128,7%) ແລະ ອາຍແລນ (124,8%).