ໝາກຜົນການຢ້ຽມຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕີ ວູວັນນິງ

ໝາກຜົນການຢ້ຽມຢ້ຽມຢາມ ແລະ ເຮັດວຽກຢູ່ ອາເມລິກາ ຂອງທ່ານຮອງນາຍົກລັດຖະມົນຕີ ວູວັນນິງ - ảnh 1
 ( ພາບ: baodientu.chinhphu.vn )

( vovworld ) - ທ່ານ​ຮອງ​ນາຍົກລັດຖະມົນຕີ ວູວັນ​ນິງ ຫາ​ກໍ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດວຽກຢູ່ ອາ​ເມ​ລິ​ກາ ​ແຕ່​ວັນ​ທີ່ 8 ຫາ​ວັນ​ທີ 11 ກຸມພາ. ການ​ຢ້ຽມຢາມ​ໄດ້​ເປີດ​ກາລະ​ໂອກາດ​ຫຼາຍຢ່າງ​ໃຫ້​ແກ່​ການຮ່ວມ​ມື​ລະຫວ່າງສອງ​ປະ​ເທດ. ຕອບ​ຄຳສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ ປະຈຳ ອາ​ເມ​ລິ​ກາ, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບຸ​່ຍ​ແທງ​ເຊີນ, ສະມາຊິກ​ໃນຄະນະ​​ໄດ້​ຢືນຢັນ​ວ່າ ການ​ຢ້ຽມຢາມ​​ບັນລຸ​​ໄດ້ບາງ​ໝາກຜົນ​ທີ່​ພົ້ນເດັ່ນ. ທ່ານເວົ້າວ່າ:

“ ທີ່​ໜື່ງ​ແມ່ນ, ຫວຽດນາມ ​ໄດ້​ສົ່ງ​ສານ​ອັນຈະ​ແຈ້ງ​​ເຖິງ ວົງ​ການ​ການ​ເມືອງ                 ​ແລະ ວິ​ສາ​ຫະກິດ ອາ​ເມ​ລິ​ກາ​ ນັ້ນແມ່ນ ຫວຽດນາມ ສືບ​ຕໍ່​ປະຕິບັດ​ກິດຈະການປ່ຽນ​ແປງ​ໃໝ່​ໃນ​ທຸກໆ​ຂົງ​ເຂດ, ຕັ້ງໜ້າ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ​ນັ້ນ​ສືບ​ຕໍ່​ປະຕິບັດ​ແນວ​ທາງ​ພົວພັນ​​ຕ່າງປະ​ເທດ​​ເປັນເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ນຳ​ສາຍ​ພົວພັນເປັນຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍຝ່າຍ, ນຳ​ການ​ພົວພັນຄູ່ຣ່ວມມື​ກ້າວເຂົ້າ​ສູ່​ທາງເລິກ, ​ໃນ​ນັ້ນ​ມີ​ຄູ່​ຮ່ວມ​ມື ອາ​ເມ​ລິ​ກາ. ທີ່ສອງ​ແມ່ນ, ​ໃນ​ປີ 2012 ​ແລະ ຊຸມ​ປີ​ຕໍ່​ໄປ, ຫວຽດນາມ ປະຕິບັດ​​ການປ່ຽນ​ໃໝ່ຮູບ​ແບບການຈະ​ເລີ​ນ​ເຕີບ​ໂຕ, ປະຕິ​ຮູບ​ດ້ານ​​ເສດຖະກິດ​​, ສ້າງໂຄງປະກອບ​ພື້ນຖານ​ເສດຖະກິດຄືນ​ໃໝ່, ຫັນ​ຮູບ​ແບບ​ເສດຖະກິດ​ຈາກ​ທາງກວ້າງ​ໄປ​ສູ່​ທາງເລິກ, ບັນດາ​ວິ​ສາ​ຫະກິດ​ ອາ​ເມ​ລິ​ກາຮັບ​ຮູ້ ​ແລະ ຕີ​ລາຄາ​ວ່າ ນີ້​ແມ່ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫຼວງ​ ເພື່ອ​​ໃຫ້ສອງຝ່າຍ​ສາມາດ​ຂຸດ​ຄົ້ນ ​ແລະ ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທີ່ສາມ​ແມ່ນ​​, ໃນ​ສະພາບ​ເສດ​ຖະກິດ​ໂລກ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍຢ່າງ, ອາ​ເມ​ລິ​ກາ​ ຄວນຮ່ວມ​ມືກັບ​ຝ່າຍ ຫວຽ​ດ ນາມ ​​ເພື່ອ​ຈຳກັດ, ຍົກ​ເລິກ​ຮົ້ວກີດ​ຂ້ວາງ​ດ້ານ​ການ​ຄ້າ ສຳລັບ​ສິນຄ້າ​ປະ​ເພດ​ຕ່າງໆຂອງ ຫວຽດນາມ ທີ່​ສົ່ງ​ໄປ​ຍັງ ອາ​ເມ​ລິ​ກາ​ ຄື ປາ​ຈາ, ປາ​ບາ​ຊາ, ​​ເຫຼັກ​ກ້າ, ​ເສົາ​ໄຟຟ້າ​ໃຊ້​ພະລັງ​ແຮງລົມ.. ຂ້າພະ​ເຈົ້າ​ຄິດ​ວ່າ​, ດ້ວຍ​ພື້ນຖານ​ນັ້ນຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງຈະ​ໄດ້​ຮັບ​ການ​ຂຸດ​ຄົ້ນ ​ແລະ ພັດທະນາ​ກວ່າ​ອີກ ”​.

ຂ່າວ/ບົດ​ອື່ນ