(vovworld) - ຕາມໝາກຜົນການເລືອກຕັ້ງປະທານາທິບໍດີຮອບທີ 2 ຢູ່ ໂອຕາລິດ ໃນວັນທີ 23/05 ຊີ້ໃຫ້ເຫັນວ່າ, ຜູ້ສະໝັກຮັບເລືອກຕັ້ງພັກຂຽວ Alexander van der Bellen ໄດ້ຊະນະຄູ່ແຂ່ງແມ່ນທ່ານ Norvert Hofer ສັງກັດພັກເສລີໂອຕາລິດ (FPO). ທ່ານ Alexander van der Bellen ຍາດໄດ້ໄຊຊະນະ ຍ້ອນໄດ້ຮັບບັດເລືອກຕັ້ງປ່ອນຜ່ານໄປສະນີ ດ້ວຍຈຳບວນບັດສະໜັບສະໜູນ 50,3% ເມື່ອທຽບໃສ່ 49,7% ຈຳນວນບັດເລືອກຕັ້ງຂອງທ່ານ Hofer. ການປະລາໄຊສະໜັບສະໜູນທ່ານ Hofer ໄດ້ຊ່ວຍຫຼຸດຜ່ອນຄວາມວິຕົກກັງວົນຕໍ່ເລື່ອງບັນດາພັກຝ່າຍຂວາ ພວມເພີ່ມກຳລັງແຮງຢູ່ເອີລົບ.