ໝາກ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ທະ​ນາ​ຄານ​ໃນ​ປີ 2016

( vovworld) - ​ຕອນ​ເຊົ້າ​ວັນ​ທີ 4/1 ຢູ່​ຮ່າ​ໂນ້ຍ, ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ຈັດ​ຕັ້ງ​ການ​ປະ​ຊຸມ​ຂ່າວ​ກ່ຽວ​ກັບໝາກ​ຜົນ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ທະ​ນາ​ຄານ​ໃນ​ປີ 2016 ແລະ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປີ 2017. ປີ 2016 ທະ​ນາ​ຄານ​ແຫ່ງ​ລັດ​ໄດ້​ບໍ​ລິ​ຫານ​ສະ​ໜອງ​ເງິນ​​ທຶນຢ່າງເໝາະ​ສົມ​​ສ້າງ​ເງື່ອນ​ໄຂ ເພື່ອ​ໃຫ້​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ມີອັດ​ຕາດອກ​ເບ້ຍ​ເປັນ​ປົກ​ກະ​ຕິ. ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ​ເປັນ​ປົກ​ກະ​ຕິ​ໂດ​ຍ​ພື້ນ​ຖານ, ​ອັນ​ໄດ້ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ປະ​ຕິ​ບັດ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້ CPI ທັງປີ​​ ບັນ​ລຸ​ຄາດ​ໝາຍ​ຕ່ຳ​ກວ່າ 5 % ​ເຊິ່ງສະ​ພາ​ແຫ່ງ​ຊາດໄດ້​​ວາງ​ອອກ. ​ໂຄງ​ປະ​ກອບ​​ສິນ​ເຊື່ອ​ໄດ້ຜັນ​ແປຢ່າງ​ຕັ້ງ​ໜ້າ​ຕາມ​ທິດ​ເປີດກວ້າງ​ສິນ​ເຊື່ອ​ໄປ​ຄຽງ​ຄູ່​ກັບ​ຄວາມ​ປອດ​ໄພ, ມີ​ຄຸນ​ນະ​ພາບ, ​ສຸມ​ໃສ່​ຕົ້ນ​​ຕໍໃນ​ຂົງ​ເຂດ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ການ​ເຄື່ອນ​ໄຫວ​ຂອງ​ທະ​ນາ​ຄານ​ໃນ​ປີ 2017. ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ສືບ​ຕໍ່​ບໍ​ລິ​ຫານ​ນະ​ໂຍ​ບາຍ​ເງິນ​ຕາ​ຢ່າງ​ເປັນ​ເຈົ້າ​ການ, ມີ​ໄຫວ​ພິບ​ໃນ​ການ​ນຳ​ໃຊ້​ບັນ​ດາ​​ເຄື່ອງ​ມືນະ​ໂຍ​ບາຍ​ເງິນ​ຕາ​ໃຫ້​ສອດ​ຄ່ອງ​ກັບ​ການ​​ຜັນ​ແປຂອງ​ຕະຫຼາດ​ໂລກ. ພ້ອມ​ທັງ​ສືບ​ຕໍ່​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ສະ​ຖິ​ຕິ, ການ​ຄາດ​ຄະ​ເນ, ​ການຕິດ​ຕາມ​ການ​​ຜັນ​ແປ​ຂອງ​ຕະຫຼາດ​ພາຍ​ໃນ ແລະ ​ຕ່າງ​ປະ​ເທດ​ຢ່າງ​ໃກ້​ຊິດ ເພື່ອ​ເປັນ​ເຈົ້າ​ການ​ໄຈ້​ແຍກ, ​ຕີ​ລາ​ຄາ​ສະ​ພາບ​ການ, ການ​ຄາດ​ຄະ​ເນ​ເສດ​ຖະ​ກິດ​ມະ​ຫາ​ພາກ, ເງິນ​ຕາ. ຜ່ານນັ້ນ​ຜັນ​ຂະ​ຫຍາຍ​ຢ່າງ​​ມີ​ໄຫວ​ພິບ ແລະ ຄົບ​ຊຸດ. ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຕະຫຼາດ​ເງິນ​ຕາ​ໃຫ້​ມີ​ສະ​ຖຽ​ນ​ລະ​ພາບ, ຮັບ​ປະ​ກັນ​ການ​ຊຳ​ລະ​ເງິນ​ຢ່າງ​ເປັນ​ລ​ະ​ບົບ, ຮັບ​ປະ​ກັນໃຫ້​ອັດ​ຕາ​ແລກ​ປ່ຽນ ແລະ ຕະຫຼາດ​ເງິນ​ຕາ​ສາ​ກົນ​ໃຫ້​ເປັນ​ປົກ​ກະ​ຕິ ເໝາະ​ສົມ​ກັບ​ຄວາມ​ດຸ່ນ​ດ່ຽງ​ມະ​ຫາ​ພາກ ແລະ ເປົ້າໝາຍ​ນະ​ໂຍ​ບາຍ​ເງິນ​ຕາ, ສູ້​ຊົນ​ໃຫ້​ອັດ​ຕາ​ດອກ​ເບ້ຍ​ເປັນ​ປົກ​ກະ​ຕິ​ຄື​ປີ 2016.


ຂ່າວ/ບົດ​ອື່ນ