ໝາກຜົນໃນເບື້ອງຕົ້ນ ການເລືອກຕັ້ງສະພາ ແຫ່ງຊາດຢູແກຼນຊຸດ ທີ 8 ກ່ອນກຳນົດເວລາ


ໝາກຜົນໃນເບື້ອງຕົ້ນ ການເລືອກຕັ້ງສະພາ ແຫ່ງຊາດຢູແກຼນຊຸດ ທີ 8 ກ່ອນກຳນົດເວລາ - ảnh 1
(ພາບ: VOV-Moscow )

(vovworld) –​ ວຽກ​ງານ​ກວດ​ບັດ​ໃນ​ເບື້ອງ​ຕົ້ນ ​ແລະ ສຳ​ຫຼວດຢູ່​ນອກ​ຫ້ອງ​ປ່ອນ​ບັດ ພາຍ​ຫລັງກາ​ນເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຢູ​ແກຼນຊຸດ​ທີ 8 ​ໄດ້​ສິ້ນ​ສຸດ​ລົງ ສະ​ແດງ​ໃຫ້​ເຫັນ​ວ່າ ໝາກຜົນ​ຂອງ​ການ​ເລືອກ​ຕັ້ງຖືກຕ້ອງ​ກັບ​ການ​ຄາດ​ຄະ​ເນ ​ແລະ ​ຂໍ້​ສັງ​ເກດ​ກ່ອນ​ການ​ເລື​ອກຕັ້ງ. ​ເຖິງ​ວ່າ​ພັກ “ກຸ່ມ Proshenko“  ຂອງ​ປະທານາທິບໍດີ​ຢູ​ແກຼນ ຄົນປະຈຸ​ບັນ Petro Proshenko ນຳ​ໜ້າ​ໂດຍ​ຊົ່ວຄາວ ​ແຕ່​ຈຳນວນ​ບັດ​ຍາດ​ໄດ້​ໃນ​ປະຈຸ​ບັນ​ພຽງ​ແຕ່​ແມ່ນ 23% ​ເທົ່າ​ນັ້ນ, ຕຳ​ກ່ວາລະ​ດັບ​ຄາດ​ຄະ​ເນ. ພັກ “​ແນວ​ໂຮມ​ປະຊາຊົນ“ ຂອງ​ທ່ານ​ນາຍົກລັດຖະມົນຕີ Arseny Yatsennyuk ຢືນ​ອັນ​ດັບ 2 ​ໂດຍ​ຊົ່ວຄາວ ກວມ 21,3% ຈຳນວນ​ບັດ. ກ່າວ​ຄຳ​ເຫັນ​​ທາງ​ໂທລະພາບ “112 ຢູ​ແກຼນ“, ປະທານາທິບໍດີ​ Petro Proshenko ​ໃຫ້​ຮູ້​ວ່າ: ວຽກ​ງານ​ທາ​ບ ທາມ​ຄວາມ​ເຫັນ​ກ່ຽວ​ກັບ​ສຳພັນ​ທະ​ມິດ​ໃໝ່​ໃນ​ສະພາ​ແຫ່ງ​ຊາດ​​ເລີ່​ມຕົ້ນນັບ​ແຕ່​ວັນ​ທີ 27/10 ​ແລະ ຕາມ​ທ່ານ​ແລ້ວ, 10 ວັນ​ແມ່ນ​ພຽງພໍ​ເພື່ອ​ສິ້ນ​ສຸດ​ການ​ເຈລະຈາ​ລະຫວ່າງ​ບັນດາ​ພັກ​ການ​ເມືອງ​ກ່ຽວ​ກັບ​ຕຳ​ແໜ່​ງນາຍົກລັດຖະມົນຕີ, ປະທານ​ສະພາ​ແຫ່ງ​ຊາດ ກໍ່​ຄື​ການ​ສ້າງຕັ້ງລັດຖະບານ./.

ຂ່າວ/ບົດ​ອື່ນ